ເມືອງຊຳເໜືອມີກວ່າ 10 ໂຄງການລົງທຶນຂອງລັດ
ໃນບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງຊຳເໜືອທີ່ນຳມາເຜີຍແຜ່ໃນກອງປະຊຸມຄັ້ງວັນທີ 20 ກັນຍາ ທີ່ຫ້ອງປະຊຸມຫໍວັດທະນະທຳແຂວງຫົວພັນ
ຊຶ່ງໄດ້ຍົກໃຫ້ເຫັນບັນດາຜົນງານ, ຕົວເລກຄາດໝາຍຕ່າງໆທີ່ເມືອງ ຊຳເໜືອຍາດມາໄດ້ໃນໄລຍະ 9 ເດືອນສົກປີ 2015–2016 ໂດຍສະເພາະແມ່ນລວມຍອດຜະລິດຕະພັນພາຍໃນ ຫຼື GDP ບັນລຸ 279 ຕື້ກວ່າກີບ, ເຮັດໃຫ້ຈັງຫວະການຂະຫຍາຍຕົວຢູ່ໃນລະດັບ 9,30% ຕໍ່ປີ, ສະເລ່ຍຕໍ່ຫົວຄົນໄດ້ 6 ລ້ານກວ່າກີບຕໍ່ຄົນຕໍ່ປີ, ຂະນະທີ່ການ ລົງທຶນຂອງລັດມີຈຳນວນ 17 ໂຄງການ ມູນຄ່າ 19 ຕື້ກວ່າກີບ, ທຶນຊ່ວຍເຫຼືອລ້າ ແລະກູ້ຢືມ ODA ມີ 13 ໂຄງການ ມູນຄ່າ 4 ຕື້ 791 ລ້ານກວ່າກີບ ໃນນີ້ເປັນທຶນ ທລຍ 8 ໂຄງການ ມູນຄ່າ 1,4 ຕື້ກີບ, ທຶນ ສສ ຫວຽດນາມ 2 ໂຄງການ ມູນຄ່າ 2,2 ຕື້ກີບ ແລະທຶນຍີ່ປຸ່ນ 2 ໂຄງການມູນຄ່າ 1 ຕື້ກວ່າກີບ.
ສ່ວນການລົງທຶນຂອງເອກະຊົນທັງພາຍໃນ ແລະຕ່າງປະເທດ ມີທັງໝົດ 97 ໂຄງການ ມູນຄ່າ 35,21 ຕື້ກີບ (ລວມທັງກິດຈະ ການສຳປະທານ ແລະກິດຈະການ ທົ່ວໄປ) ໃນນີ້ເປັນການລົງທຶນ ຈາກຕ່າງປະເທດ 47 ໂຄງການ ມູນຄ່າ 24 ຕື້ກວ່າກີບ, ທຶນຈາກ ພາຍໃນ 50 ໂຄງການ ມູນຄ່າ 11 ຕື້ກວ່າກີບ, ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 2 ຕື້ກວ່າກີບ ທຽບໃສ່ແຜນການປະຕິບັດໄດ້ 76% ໃນນັ້ນຮັບຈາກສ່ວຍສາອາກອນ 1,73 ຕື້ກີບ ປະຕິບັດໄດ້ 75,5%, ຮັບຈາກຄ່າທຳນຽມ 4,6 ລ້ານກີບ ປະຕິບັດໄດ້ 78,88%, ຮັບຈາກທີ່ດິນ 191,7 ລ້ານກີບ ປະຕິບັດ ໄດ້ 79,88% ແລະຮັບຈາກຊັບ ສິນຂອງລັດ 174,18 ລ້ານກີບ ປະຕິບັດໄດ້ 79,17%, ຂະນະທີ່ ລາຍຈ່າຍໃນທົ່ວເມືອງມີທັງໝົດ 28,5 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 86,96%.
ປະຈຸບັນທົ່ວເມືອງມີບ້ານພັດທະນາ 25 ບ້ານ ແລະຄອບຄົວພັດທະນາ 2.947 ຄອບຄົວ, ມີຄອບຄົວທຸກຍາກ 47 ບ້ານກວມ ເອົາ 43,12% ຂອງຈຳນວນ ບ້ານທັງໝົດ, ມີຄອບຄົວທຸກຍາກ ທັງໝົດ 1.319 ຄົວເຮືອນກວມ ເອົາ 13,82% ຂອງຄອບຄົວທັງ ໝົດ ແລະມີພົນລະເມືອງທຸກຍາກ 8.943 ຄົນ ກວມເອົາ 14,89% ຂອງຈຳນວນພົນລະເມືອງທັງໝົດໃນທົ່ວເມືອງ.
ສຳລັບທິດທາງແຜນການສົກ ປີ 2016–2017 ຈະສືບຕໍ່ສູ້ຊົນ ໃຫ້ຍອດຜະລິດຕະພັນພາຍໃນບັນ ລຸ 458 ຕື້ກວ່າກີບ, ອັດຕາການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 10,91%, ພົນລະເມືອງຜູ້ໜຶ່ງໃຫ້ມີລາຍຮັບ 7 ລ້ານ ກວ່າກີບຕໍ່ປີ, ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 2,8 ຕື້ ກີບ, ສູ້ຊົນແກ້ໄຂຄອບຄົວທຸກ ຍາກໃຫ້ຫຼຸດລົງຍັງເຫຼືອ 12% ຂອງຈຳນວນຄອບຄົວທົງໝົດໃນທົ່ວເມືອງ.
ກອງປະຊຸມດັ່ງກ່າວໂດຍການເປັນປະທານຂອງທ່ານ ລຽນໄຊ ບຸນມະນີວັນ ເລຂາພັກເມືອງເຈົ້າເມືອງໆຊຳເໜືອ, ມີທ່ານ ລຽນທອງ ສຸພານີ ຮອງຫົວໜ້າກົມແຜນການກະຊວງແຜນການ-ການລົງທຶນ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ຂະແໜງການທີ່ຂຶ້ນກັບເມືອງຊຳເໜືອ, ນາຍບ້ານບ້ານເປົ້າໝາຍ ແລະພະນັກງານວິຊາການເຂົ້າຮ່ວມນຳ.

No comments