ແຂວງອຸດົມໄຊ ປະກາດກຸ່ມບ້ານຍໍ້ ເປັນກຸ່ມບ້ານວັດທະນະທໍາແຫ່ງທໍາອິດ

ໃນຕອນເຊົ້າຂອງວັນທີ 14 ກັນຍາ 2016 ຜ່ານມາ ທີ່ເດີ່ນຕະຫຼາດບ້ານຍໍ໊ ເມືອງແບງ ແຂວງອຸດົມໄຊ ໄດ້ຈັດພິທີປະກາດກຸ່ມບ້ານຍໍ໊ ເປັນກຸ່ມບ້ານວັດທະນະທໍາຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ພອນສະຫວັນ ພັນທະວິຈິດ ຄະນະປະຈໍາພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງອຸດົມໄຊ ຕາງໜ້າໃຫ້ແກ່ການນຳຂອງແຂວງມີທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ຄະນະພັກ ອົງການປົກຄອງເມືອງແບງ ມີຕາງໜ້າຈາກກົມວັດທະນະທໍາມະຫາຊົນ ກະຊວງ ຖວທ ມີບັນດາເຈົ້າເມືອງ ຮອງເຈົ້າເມືອງຈາກ 6 ເມືອງ ບັນດາຫົວໜ້າ-ຮອງຫົວໜ້າພະແນກ ຫ້ອງການ ຖວທ ເມືອງອ້ອມຂ້າງ ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນບັັນດາເຜົ່າພາຍໃນກຸ່ມບ້ານວັດທະນະທໍາເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ໄມຈັນອ້ວນ ນາຍບ້ານຍໍ້ ຕາງໜ້າກຸ່ມບ້ານວັດທະນາທໍາ ໄດ້ຂຶ້ນຜ່ານບົດລາຍງານ ແລະ ແຜນການສ້າງກຸ່ມບ້ານວັດທະນະທໍາໃຫ້ຮູ້ວ່າ ກຸ່ມບ້ານຍໍ້ ເປັນກຸ່ມບ້ານພັດທະນາທາງດ້ານວັດທະນະທໍາເພື່ອການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຈຸດໃຈກາງທາງຜ່ານ ຫ່າງຈາກເທສະບານເມືອງໄປທາງທິດເໜືອ 6 ກິໂລແມັດ ຫ່າງຈາກເທສະບານແຂວງ 51 ກີໂລແມັດ ກຸ່ມບ້ານຍໍ້ ປະກອບມີ 7 ບ້ານຄື ບ້ານຍໍ້ ຊຽງແລ ນາໄລ ປາງເດື່ອ ຫ້ວຍລໍ ປາງທອງ ແລະ ບ້ານຫ້ວຍຫົກ ໃນນັ້ນມີບ້ານຊົນເຜົ່າລື້ 5 ບ້ານ ບ້ານເຜົ່າກືມມຸ 1 ບ້ານ ບ້ານເຜົ່າປະສົມ 1 ບ້ານ ປະກອບມີ 711 ຄົວເຮືອນ 834 ຄອບຄົວ ມີພົນລະເມືອງ 3.200 ກວ່າຄົນ ຍິງ 1.630 ຄົນ ການເຄື່ອນໃຫວພາຍໃນ 7 ບ້ານທີ່ຂຶ້ນກັບກຸ່ມບ້ານຍໍ້ຕະຫຼອດໄລຍະທີ່ຜ່ານມາແມ່ນມີອົງການປົກຄອງບ້ານເປັນເອກະລາດ ໜ່ວຍພັກແຕ່ລະບ້ານແມ່ນໄດ້ຮັບນາມມະຍົດເປັນໜ່ວຍພັກແຂງຮູ້ນໍາພາຮອບດ້ານ ໄດ້ເຄື່ອນໄຫວວຽກງານອົງການຈັດຕັ້ງມະຫາຊົນເປັນປົກກະຕິ ປະຊາຊົນ 7 ບ້ານພາຍໃນກຸ່ມແມ່ນມີອາຊີບປູກຝັງ ລ້ຽງສັດເປັນສິນຄ້າ ແລະ ການບໍລິການ ສະເຫຼ່ຍລາຍຮັບຕໍ່ຫົວຄົນໄດ້ 3 ລ້ານກວ່າກີບຕໍ່ຄົນຕໍ່ປີ ຄຽງຄູ່ກັນນັ້ນ ກຸ່ມບ້ານຍໍ້ ແມ່ນໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມລູກຫຼານໃຫ້ໄດ້ຮັບການສຶກສາຕາມເກນອາຍຸ ສະແດງອອກພາຍໃນກຸ່ມບ້ານມີໂຮງຮຽນປະຖົມສົມບູນ 7 ແຫ່ງ ມັດທະຍົມຕົ້ນ 1 ແຫ່ງ ເດັກໃນເກນອາຍຸ 6-10 ປີ ແມ່ນໄດ້ເຂົ້າຮຽນ 100% ປະຊາຊົນ 15-35 ປີແມ່ນໄດ້ຮັບການຮຽນມັດທະຍົມຕົ້ນບຳລຸງ 100% ພ້ອມກັນນັ້ນ 7 ບ້ານພາຍໃນກຸ່ມແມ່ນໄດ້ຮັບຮອງເປັນບ້ານສາທາລະນະສຸກແບບຢ່າງ ເປັນບ້ານວັດທະນະທຳ ແລະ ບ້ານປອດຄະດີ ປອດຢາເສບຕິດ 100%.

ຜ່ານການຈັດຕັ້ງປະຕິບັດການກໍ່ສ້າງກຸ່ມບ້ານວັດທະນະທຳ ແມ່ນເຫັນວ່າຄົບຕາມ 5 ມາດຖານເງື່ອນໄຂໃນການກໍ່ສ້າງກຸ່ມບ້ານວັດທະນະທຳ ດັ່ງນັ້ນຈິ່ງສາມາດຢັ້ງຢືນ ແລະ ປະກາດຮັບຮອງເອົາກຸ່ມບ້ານຍໍ້ ເປັນກຸ່ມບ້ານວັດທະນະທຳກຸ່ມທຳອິດຂອງແຂວງອຸດົມໄຊຂຶ້ນຢ່າງເປັນທາງການ ເຊິ່ງເປັນກຽດມອບໃບຢັ້ງຢືນໃນຄັ້ງນີ້ແມ່ນທ່ານ ໂອວາດ ຈັນທະວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງອຸດົມໄຊ ແລະ ຂຶ້ນຮັບໂດຍຄະນະພັກ ອົງການປົກຄອງບ້ານທັງ 7 ບ້ານທີ່ຂຶ້ນກັບກຸ່ມບ້ານຍໍ້.

ທີ່ມາ: www.news.com.la

No comments

Theme images by compassandcamera. Powered by Blogger.