ຄອບຄົວການນຳແຂວງອຸດົມໄຊ ມອບຄອມພິວເຕີ ໃຫ້ໂຮງຮຽນປະຖົມສົມບູນ 5 ແຫ່ງໃນເຂດເທສະບານ
ໃນຕອນເຊົ້າວັນທີ 27 ພຶດສະພາ 2016 ຜ່ານມາ ທາງຄອບຄົວການນໍາແຂວງອຸດົມໄຊ ເຊິ່ງນໍາໂດຍທ່ານນາງ ສຸກຖາວອນ ຫຼວງອາໄພ ພັນລະຍາຂອງທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງໆອຸດົມໄຊ ໄດ້ນຳເອົາເຄື່ອງຄອມພິວເຕີໄປມອບໃຫ້ກັບໂຮງຮຽນປະຖົມສົມບູນ ຈຳນວນ 5 ແຫ່ງ ພາຍໃນເທສະບານແຂວງ ໂດຍການໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ຄຳແພງ ຂັນມະນີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໄຊ ຄະນະພະແນກສຶກສາທິການ ແລະ ກີລາແຂວງ ມີຜູ້ຕາງໜ້ານັກທຸລະກິດ ພະນັກງານຄູ ອາຈານ ອຳນວຍການໂຮງຮຽນ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ຈຸດປະສົງໃນການເອົາເຄື່ອງຄອມພິວເຕີມາມອບໃຫ້ກັບບັນດາໂຮງຮຽນປະຖົມສົມບູນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາ ແລະ ຍົກລະດັບການສຶກສາຂອງນ້ອງນັ້ນຮຽນ ລະດັບຊັ້ນປະຖົມສົມບູນ ຢູ່ພາຍໃນເທສະບານແຂວງອຸດົມໄຊ ໃຫ້ມີຄວາມສະດວກ ວ່ອງໄວ ແລະ ທັນສະໄໝ ທຽບເທົ່າກັບບັນດາແຂວງອ້ອມຂ້າງ ກໍຄືບັນດາປະເທດໃນພາກພື້ນອາຊຽນ ທັງເປັນການເພີ່ມຂີດຄວາມຮູ້ ຄວາມສາມາດຂັ້ນພື້ນຖານກ່ຽວກັບວິຊາຄອມພິວເຕີ ໃຫ້ແກ່ນ້ອງນັກຮຽນ ແລະ ຄູສອນ ເພື່ອຈະສືບຕໍ່ຈັດເຂົ້າເປັນຫຼັກສູດການຮຽນ-ການສອນ ຢູ່ໃນຊັ້ນປະຖົມໃນຂັ້ນຕໍ່ໄປຕື່ມອີກ.
ສຳລັບເຄື່ອງຄອມພິວເຕີທີ່ບັນດາຄອບຄົວການນຳແຂວງ ນຳມາມອບໃຫ້ກັບໂຮງຮຽນປະຖົມສົມບູນຄັ້ງນີ້ ແມ່ນປະກອບມີທັງໝົດ 40 ຊຸດ ເປັນຄອມພິວເຕີຕັ້ງໂຕະ ປະກອບມີໂຕະ ຕັ່ງ ແລະ ອຸປະກອນຄົບຊຸດ ຮວມເປັນມູນຄ່າທັງໝົດ 140 ກວ່າລ້ານກີບ ເຊິ່ງຄອມພິວເຕີຈໍານວນດັ່ງກ່າວ ແມ່ນບັນດາຄອບຄົວການນຳແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຂົນຂວາຍການອຸປະຖຳຈາກບັນດານັກທຸລະກິດ ບໍລິສັດ ຫ້າງຮ້ານ ພາຍໃນແຂວງອຸດົມໄຊ.
ໃຫ້ກຽດມອບເຄື່ອງຄອມພິວເຕີດັ່ງກ່າວ ແມ່ນທ່ານນາງ ສຸກຖາວອນ ຫຼວງອາໄພ ພ້ອມບັນດາຄອບຄົວຂອງການນຳແຂວງ ແລະ ຮັບໂດຍບັນດາອຳນວຍການ ແລະ ນັກຮຽນໂຮງຮຽນປະຖົມສົມບູນທັງ 5 ແຫ່ງ ຄື ໂຮງຮຽນປະຖົມສົມບູນບ້ານດອນໄຊ ດອນແກ້ວ ພູຂຽວ ລ້ອງກໍເດືອ ແລະ ໂຮງຮຽນປະຖົມສົມບູນບ້ານຖິ່ນ ໂອກາດດັ່ງກ່າວ ທ່ານ ຄຳແພງ ຂັນມະນີ ກຳມະການພັກແຂວງ ເລຂາພັກເມືອງ,ເຈົ້າເມືອງໆໄຊ ກໍໄດ້ມີຄຳເຫັນກ່າວຂອບໃຈຕໍ່ກັບບັນດານັກທຸລະກິດ ບໍລິສັດ ຫ້າງຮ້ານ ແລະ ບັນດາຄອບຄົວການນຳຂອງແຂວງ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງການສຶກສາ
ໂດຍສະເພາະແມ່ນນ້ອງນັກຮຽນລະດັບຊັ້ນປະຖົມ ແລະ ໄດ້ພະຍາຍາມສູ້ຊົນຂົນຂວາຍ ຊອກຫາທຶນຮອນ ແລະ ອຸປະກອນການຮຽນ-ການສອນ ມາມອບໃຫ້ກັບໂຮງຮຽນປະຖົມສົມບູນ ແລະ ຫວັງວ່າຈະໄດ້ຮັບການອຸປະຖຳ ແລະ ຊຸກຍູ້ຊ່ອຍເຫຼືອໃນຄັ້ງຕໍ່ໆໄປຕື່ມອີກ ສ່ວນເຄື່ອງຄອມພິວເຕີດັ່ງກ່າວ ທ່ານໄດ້ເນັ້ນໜັກໃຫ້ບັນດາໂຮງຮຽນທີ່ໄດ້ຮັບ ຈົ່ງພ້ອມກັນນຳໃຊ້ໃຫ້ຖືກຕາມເປົ້າໝາຍ ແລະ ໃຫ້ເກີດປະໂຫຽດສູງສຸດ.
ທີ່ມາ: www.news.com.la

No comments