7ປະໂຫຍດຂອງການນອນເວັນ
ຕອນສວຍ ຝົນຕົກ ຟ້າຄື້ມ ອາກາດເຢັນໆ ມັນເຮັດໃຫ້ເຮົາຢາກພັກຜ່ອນແທ້ໆ ແຕ່ເຮັດບໍ່ໄດ້ເພາະຍັງຄົງນັ່ງເຮັດວຽກຕົວເປັນກ່ຽວ ຫົວເປັນນ໋ອດຢູ່ໂຕະເຮັດວຽກໃນຫ້ອງການ ແຕ່ຈະລັກມຸບໄປກັບໂຕະ ຫົວໜ້າກໍອາດຈະມາດືງຫູໄດ້ ແຕ່ແທ້ໆ ແລ້ວການລັກນອນເລັກໆ ນ້ອຍໆ ໃນຕອນສວຍ ໃຫ້ປະໂຫຍດກັບຮ່າງກາຍຫຼາຍຈົນຄາດບໍ່ເຖິງເລີຍ
7ປະໂຫຍດຂອງການ ນອນເວັນ
1.ຫລຸດຄວາມອຸກໃຈ ຊ່ວຍໃຫ້ສະໝອງສົດໃສ ຄິດວຽກງ່າຍຂື້ນ
2.ເອີ້ນພະລັງໃຫ້ສະໝອງຕື່ນຕົວຫຼາຍຂື້ນ ເຮັດວຽກຢ່າງມີປະສິດທິພາບຫຼາຍຂື້ນ
3.ພັກຜ່ອນໄດ້ທັ້ງສະໝອງ ຮ່າງກາຍ ແລະຫົວໃຈ ບໍ່ໃຫ້ເຮັດວຽກເມື່ອຍຈົນເກີນໄປ
4.ເພີ່ມຄວາມພ້ອມໃຫ້ກັບຮ່າງກາຍ ເພື່ອເຮັດກິດຈະກໍຳຕ່າງໆ ຕໍ່ໄປ ເຊັ່ນ :ເຮັດວຽກຕໍ່ ຫຼື ໄປອອກກໍາລັງກາຍ
5.ລົດຄວາມສ່ຽງໂລກຫົວໃຈ ແລະຫຼອດເລືອດໄດ້
6.ເພີ່ມຄວາມໄວຕໍ່ການຕອບສະໜອງຕໍ່ສີ່ງອ້ອມຂ້າງ
7.ເພີ່ມປະສິດທິພາບໃນການຈົດຈໍາຂອງສະໝອງ ຖ້າໄປປະຊຸມທັ້ງໆ ທີ່ຍັງເຫງົານອນ ຮັບຮອງວ່າອອກມາລືມໝົດແນ່ນອນ
ວິທີລັກນອນເວັນໃຫ້ໄດ້ປະສິດທີພາບສູງສຸດຄື
- ບໍ່ຄວຍຫຼັບເກີນ 20ນາທີ ເພາະຈະເຮັດໃຫ້ອ່ອນເພຍ ຫຼືຢາກນອນກວ່າເກົ່າ
- ຊ່ວງເວລາທີ່ເໝາະແກ່ການນອນ ຄື 13.00 -15.00 ນ
- ບໍ່ວ່າຈະລັກນອນບໍ່ເທົ່າໃດນາທີ ແຕ່ຫາກຫຼັບໃນຫ້ອງທີ່ປິດປະຕູມິດງຽບ ປິດໄຟມືດ ຈະໃຫ້ປະສິທິພາບໃນການນອນດີຂື້ນ
ມື້ນີ້ລອງຍ່າງໄປບອກຫົວຫນ້າທ່ານເບິ່ງເດີ້ວ່າ ຂໍອານຸຍາດຫຼັບໄດ້ບໍ່ ບໍ່ແນ່ວ່າເຂົາຈະອານຸຍາດກໍໄດ້ ແຕ່ຢ່າລົງຫຼັບຍາວເດີ້ ວຽກບໍ່ແລ້ວ ເງີນເດືອນບໍ່ຂື້ນ ໂບນັດບໍ່ໄດ້ບໍ່ຮູ້ເດີ້.
No comments