5 ວິທີ ຕື່ນເຊົ້າແບບສົດຊື່ນແຈ່ມໃສ

ຕື່ນເຊົ້າ ແບບສົດຊື່ນ ຈະເຮັດໃຫ້ທ່ານມີມື້ດີໆ ທີ່ມີຄວາມສົດຊື່ນຢູ່ກັບທ່ານຕະຫຼອດມື້ ແຕ່ຫຼາຍຄົນພັດມີເຊົ້າທີ່ອ່ອນເພຍບໍ່ສົດຊື່ນ ກັບຄວາມຮູ້ສືກເພຍໆໝື່ອຍໆ ຊັ້ນມາປ່ຽນການຕື່ນນອນຂອງທ່ານດ້ວຍ 5ວິທີ ຕໍ່ໄປນີ້ນຳກັນ

ຕາມວິທີຂອງ ທ່ານໝໍ ເດວິດ ໄຊມອນ ຜູ້ອຳນວຍການສູນສາທາລະນະສຸກ the chopra center for well being in la jolla,calif. ແລະຄະນະ ແນະນໍາໄວ້ແບບນີ້

1.ຕື່ນຂື້ນຮັບແສງຫວ່າງຍາມເຊົ້າ

ມີການສືກສາພົບວ່າຖ້າຮ່າງກາຍໄດ້ສຳພັດກັບແສງສະຫວ່າງເປັນເວລ 30ນາທີ ເມື່ອຕື່ນຈະເປັນການປຸກຂອງໂມງໃນຮ່າງກາຍໃຫ້ເລີ່ມວົງຈອນເຮັດວຽກ ເພື່ອປຸກຮ່າງກາຍໃຫ້ສົດຊື່ນຈື່ງແນະນຳໃຫ້ຕື່ນຂື້ນຮັບແສງສະຫວ່າງຍາມເຊົ້າ

2.ປຸກດ້ວຍສຽງທີ່ແຕກຕ່າງ

ລອງປ່ຽນໄປໃຊ້ໂມງປຸກທີ່ມີສຽງຕ່າງໆກັນເບິ່ງ ເຊັ່ນ: ສຽງນົກຮ້ອງ, ສຽງປ່າ, ສຽງນໍ້າຕົກ ຈະຊວນໃຫ້ຕື່ນຫຼາຍກວ່າໂມງປຸກທີ່ສຽງລື້ງຫູມາເປັນປີ ແຕ່ຖ້າຈະໃຫ້ດີຂື້ນການຝືກສະມາທິກ່ອນນອນ ແລະຕັ້ງໂມງຮ່າງກາຍໃຫ້ປຸກຕົວເອງໄດ້ຈະດີທີ່ສຸດ

3.ເຄື່ອນໄຫວຮ່າງກາຍ

ກິດຈະກຳຍາມເຊົ້າຈະສົ່ງສັນຍານໄປທີ່ສະໝອງວ່າຮອດເວລາມື້ໃໝ່ແລ້ວ ຕື່ນມາແລ້ວຢ່າລືມນັ່ງເປີດຂ່າວ ລອງຟັງເພັງປ໋ອບຈັກເພັງໜື່ງຈະຊ່ວຍໃຫ້ທ່ານຮູ້ສືກຄຶກຄັກຈົນຢາກເຕັ້ນລຳ ຫຼືຈະອອກກຳລັງກາຍດ້ວຍການເຕັ້ນລຳກະບອງ ຫຼືໂຍຄະຈັກໜ້ອຍກໍຫນ້າຈະດີ

4.ຫຼໍ່ລ້ຽງຮ່າງກາຍໃຫ້ຖືກທາງ

ຫຼັງຈາກຕື່ນຄາວໜື່ງໃຫ້ດື່ມນ້ຳອຸ່ນ ຫຼື ຊາສະມຸນໄພທີ່ໃຫ້ກີ່ນສົດຊື່ນ ເພື່ອປຸກລະບົບຍ່ອຍຂອງຮ່າງກາຍວ່າໄດ້ເລີ່ມມື້ໃໝ່ແລ້ວ ແຕ່ຢ່າຟ້າວກີນອາຫານເຊົ້າໄວເກີນໄປໃຫ້ຖ້າຈົນຮູ້ສືກຢາກກ່ອນ ເພາະເຕີມອາຫານເຂົ້າໄປໄວເກີນໄປຮ່າງກາຍຍັງບໍ່ຕ້ອງການຈະເປັນການເຮັດໃຫ້ຮ່າງກາຍເຮັດວຽກໜັກກັບການຍ່ອຍ ຈົນບໍ່ຄຶກຄັກເທົ່າທີ່ຄວນ

5.ສ້າງນັດໃນເວລາເຊົ້າ

ລອງລະນືກເຖິງເມື່ອຕອນເປັນເດັກທ່ານຈະຟ້າວລຸກຂື້ນຈາກບ່ອນນອນທັນທີທີ່ມື່ນຕາ ເພາະທ່ານຮູ້ສືກວ່າມີເລື່ອງມ່ວນໆຖ້າໃຫ້ເຮັດຢູ່ຫຼວງຫຼາຍ ແລະນີ້ເອງທີ່ຊ່ວຍໃຫ້ທ່ານມີສີ່ງທີ່ລຸກທ່ານອອກຈາກຕຽງ ລອງນັດໝູ່ທີ່ຮູ້ໃຈກີນອາຫານເຊົ້ານຳກັນ ເບິ່ງວິດີໂອທີ່ມັກໃນລະຫວ່າງອາຫານເຊົ້າ ຫຼືເບິ່ງແຍ່ງຕົ້ນໄມ້ຈັກໜ່ອຍກ່ອນຈະອອກໄປເຮັດວຽກ

No comments

Theme images by compassandcamera. Powered by Blogger.