ວັນທ່ອງທ່ຽວໂລກ 2016 (World Tourism Day 2016)

ໃນເວລາ 16.00ໂມງແລງ ຂອງວັນທີ 27 ກັນຍາ 2016 ທີ່ບາງກອກ, ປະເທດໄທ ໄດ້ມີການຈັດຖະແຫລ່ງຂ່າວ ''ວັນທ່ອງທ່ຽວໂລກ 2016" ທີ່ໂຮງແຮມ ສະຍາມເຄັມປິນສກີ້ ບາງກອກ, ປະເທດໄທ. ພາຍໃນງານຖະແຫລ່ງຂ່າວແມ່ນໄປຮັບຄວາມສົນໃຈຈາກສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ. ເຊິ່ງວັນທ່ອງທ່ຽວໂລກໃນປີນີ້ແມ່ນປະເທດໄທເປັນເຈົ້າພາບໃນການຈັດງານ ແລະ ໄດ້ຮ່ວມມືກັບຫຼາຍອົງກອນ ອັນໄດ້ແກ່ : ອົງການການທ່ອງທ່ຽວໂລກແຫ່ງປະຊາຊາດ (United Nations World Tourism Organization ຫລື UNWTO), ກະຊວງການທ່ອງທ່ຽວ ແລະ ກິລາ, ການທ່ອງທ່ຽວແຫ່ງປະເທດໄທ (ທທທ), ກຸງເທບມະຫານະຄອນ, ແລະ ຂອນແກ່ນ.
cover_1
ໃນງານຖະແຫລ່ງຂ່າວດັ່ງກ່າວ ພາຍໃຕ້ການເປັນຄະນະປະຖານໃນງານຖະແຫລ່ງຂ່າວດັ່ງກ່າວປະກອບມີ:

- ທ່ານ ພົນເອກ ທະນະສັກ ປະຕິມາປຣະກອນ, ຮອງນາຍົກລັດຖະມົນຕີແຫ່ງປະເທດໄທ

- ທ່ານ ນາງ ກອບການ ວັດທະນາຣາງກຸນ, ລັດຖະມົນຕີວ່າການກະຊວງທ່ອງທ່ຽວ ແລະ ກີລາ ແຫ່ງປະເທດໄທ

- Mr. Taleb Rifai, Secretary-General, World Tourism Organization (UNWTO)

- Mr. DavidScowsill, president & CEO World Traval & Tourism Council (WTTC)

- Mr. Mario Harday, Chief Executive Officer, Pacific Asia Traval Association (PATA)

ຫຼັງຈາກຈົບງານຖະແຫຼ່ງຂ່າວແລ້ວ ໃນມື້ດຽວກັນ ນາຍົກລັດຖະມົນຕີແຫ່ງປະເທດໄທ ທ່ານ ພົນເອກ ປະຍຸດ ຈັນໂອຊາ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານເປີດງານ “ວັນທ່ອງທ່ຽວໂລກ ປະຈໍາປີ 2016” ແລະ ໄດ້ກ່າວປາໄສພິເສດໃນຫົວຂໍ້ “ການທ່ອງທ່ຽວເພື່ອຄົນທັງມວນຂອງປະເທດໄທໃນບໍລິບົດຂອງເວທີໂລກ (Tourism for All)”

ເຊິ່ງໃນປີ 2016 ທີ່ປະເທດໄປເປັນເຈົ້າພາບນີ້ ແມ່ນໄດ້ຈັດຂຶ້ນລະຫວ່າງວັນທີ 26 – 27 ກັນຍາ 2016, ນອກຈາກສື່ມວນຊົນໃນຫຼາຍປະເທດເຂົ້າຮວມແລ້ວ ກໍ່ຍັງມີບັນດາຕົວແທນຈາກບັນດາປະເທດໃນອາຊຽນເຂົ້າຮ່ວມ. ພາຍໃນການກໍ່ມີການວາງສະແດງບັນດາແຫລ່ງທ່ອງທ່ຽວຕ່າງໆ ແລະ ຫຼາກຫຼາຍກິດຈະກຳໃຫ້ໄດ້ຮຽນຮູ້ກັນ.

ແລະ ແນ່ນອນຜູ້ຂຽນເອງກໍ່ບໍ່ລືມເກັບພາບບັນຍາກາດບາງສ່ວນມາໃຫ້ໄດ້ເບິ່ງກັນ, ແລະ ທີ່ຂາດບໍ່ໄດ້ກໍ່ຕ້ອງຂໍຂອບໃຈມາຍັງ ການບິນໄທ (Thai Airways International Public Company Limited) ທີ່ໃຫ້ການສະຫນັບສະຫນູນການເດີນທາງໃນຄັ້ງນີ້.

No comments

Theme images by compassandcamera. Powered by Blogger.