ອັດຕາເງິນເຟີ້ ຢູ່ ລາວ ຫລຸດລົງ 0,65%

ປັດຈຸບັນ ອັດຕາເງິນເຟີ້ ຢູ່ ລາວ (ສະເລ່ຍ 9 ເດືອນສົກປີ 2015-2016) ໄດ້ຫລຸດລົງຈາກ 1,82% ໃນ 9 ເດືອນ ສົກປີ 2014 - 2015 ມາເປັນ 1,17% ຫລຸດລົງ 0,65%.

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ສາເຫດຕົ້ນຕໍ່ ທີ່ເຮັດໃຫ້ອັດຕາເງິນເຟີ້ຢູ່ໃນລະດັບຕ່ຳ ຍ້ອນວ່າ ການຫລຸດລົງຢ່າງຫລວງ ຫລາຍຂອງໝວດທີ່ຢູ່ອາໃສ, ໄຟຟ້າ, ນ້ຳປະປາ ແລະ ເຊື້ອເພີງ ຈາກ 8,86% ໃນສົກປີ2014–2015 ຫລຸດລົງເປັນ 1,67% (ສະເລ່ຍ 9 ເດືອນ), ຂະນະດຽວກັນ ລາຄາອາຫານພັດເພີ່ມຂຶ້ນ ອັນເກີດຈາກບໍ່ສາມາດສະໜອງອາຫານໄດ້ຢ່າງພຽງພໍ ເຖິງເດືອນມີນາ 2016 ລາຄາອາຫານໄດ້ເພີ່ມຂຶ້ນເປັນ 4,7% ເມື່ອທຽບກັບປີ 2015 ຜ່ານມາ ແມ່ນ 4,5%.

ຄາດວ່າໝົດປີ 2016 ນີ້ ຈະສືບຕໍ່ຮັກສາອັດຕາເງິນເຟີ້ ໃນລະດັບທີ່ເໝາະສົມ, ຮັກສາອັດຕາແລກ ປ່ຽນໃຫ້ມີຄວາມສະຫງົບປົກກະຕິ, ຮັບປະກັນຄັງສຳຮອງທີ່ເປັນເງິນຕາຕ່າງປະເທດ ໃຫ້ກຸ້ມການນຳເຂົ້າ 5 ເດືອນຂຶ້ນໄປ. ທັງນີ້, ເພື່ອປະກອບສ່ວນເຮັດໃຫ້ຄາດໝາຍເສດຖະກິດມະຫາພາກ ລວມຍອດຜະລິດຕະພັນພາຍໃນ Gross Domestic Product (GDP) ຂະຫຍາຍຕົວສະເລ່ຍບໍ່ຫລຸດ 7,5% ໃນປີນີ້.

ທີ່ມາ: muan.la

No comments

Theme images by compassandcamera. Powered by Blogger.