ໂຄງການຜະລິດຫວາຍ ແລະ ໄມ້ປ່ອງຊ່ວຍສ້າງ ລາຍຮັບ ໃຫ້ປະຊາຊົນແບບຍືນຍົງ
![]() |
ໂຄງການດັ່ງກ່າວ, ເປັນຜົນດີຕໍ່ການພັດທະນາເສດຖະກິດສັງຄົມ ໃນເຂດຊົນນະບົດຫ່າງໄກສອກຫລີກ ໃຫ້ດີຂຶ້ນເທື່ອລະກ້າວ ແລະ ຊ່ວຍໃຫ້ປະຊາຊົນ |
ຂປລ. ການຈັດປະຕິບັດຕັ້ງໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ ຢູ່ແຂວງ ບໍລິຄຳໄຊ, ສາລະວັນ ແລະ ແຂວງເຊກອງ ໄດ້ມີການພັດທະນາຢ່າງເປັນລະບົບ ແລະ ຕິດພັນກັບການສ້າງວຽກ ເຮັດງານທຳ ໃຫ້ແກ່ປະຊາຊົນ, ພ້ອມທັງເປັນກິດຈະກໍາໜຶ່ງ ທີ່ຕອບສະໜອງນະໂຍບາຍ ການນຳໃຊ້ຊັບ ພະຍາກອນທຳມະຊາດ ແບບຍືນຍົງ.
ທ່ານ ວິໄລວົງ ວົງຄຳຊາວ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ກ່າວໃນກອງປະຊຸມ ຜົນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄລຍະທີ IV ໃນວັນທີ 31 ສິງຫາ 2017 ທີ່ ແຂວງບໍລິຄຳໄຊ ວ່າ: ປັດຈຸບັນ ມີປະຊາຊົນຈຳນວນ 28 ບ້ານ ຢູ່ໃນ 7 ເມືອງ ຂອງສາມແຂວງດັ່ງ ກ່າວ, ໄດ້ຮັບຜົນປະໂຫຍດ ຈາກໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ ສຳລັບໄລຍະທີ IV (2014-2017).
ໂຄງການດັ່ງກ່າວ, ເປັນຜົນດີຕໍ່ການພັດທະນາເສດຖະກິດສັງຄົມ ໃນເຂດຊົນນະບົດຫ່າງໄກສອກຫລີກ ໃຫ້ດີຂຶ້ນເທື່ອລະກ້າວ ແລະ ຊ່ວຍໃຫ້ປະຊາຊົນ ມີແນວຄິດຢາກຫວງແຫນ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນ ປ່າໄມ້ແບບຍືນຍົງ. ການຄຸ້ມຄອງຫວາຍ ແລະ ໄມ່ປ່ອງແບບຍືນຍົງ ເປັນວຽກງານໜຶ່ງ ທີ່ເປັນບູລິມະສິດ ໃນການພັດທະນາປ່າໄມ້ບ້ານ, ຊຶ່ງເປັນທາງເລືອກທີ່ສາມາດສ້າງລາຍຮັບທີ່ຍືນຍົງ ໃຫ້ປະຊາຊົນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອພັດທະນາກົນໄກ ການປົກປັກຮັກສາ ຊັບພະຍາກອນປ່າໄມ້ໃຫ້ຍືນຍົງ.
ໂຄງການດັ່ງກ່າວ, ປະຊາຊົນມີລາຍຮັບ ຈາກການຂາຍຫວາຍ, ເບ້ຍຫວາຍ, ແກ່ນຫວາຍ, ຍອດຫວາຍ, ແລະ ຜະລິດຕະພັນຫັດຖະກຳຈາກຫວາຍ ແລະ ໄມ່ປ່ອງ. ສະເພາະປະຊາຊົນຢູ່ເມືອງ ຄໍາເກີດ 45 ຄອບຄົວ, ສາມາດສ້າງລາຍຮັບ ຈາກການຂາຍຍອດຫວາຍ ສະເລ່ຍປະມານ 600.000 - 15.000.000 ກີບ/ປີ/ຄອບຄົວ. ຜະລິດຕະພັນຫັດຖະກໍາຫວາຍ ຂອງເມືອງຄໍາເກີດ ແລະ ເມືອງບໍລິຄັນ ໄດ້ເຂົ້າເຖິງຕະຫລາດຕ່າງປະເທດ ຄື: ປະເທດ ສະວິດເຊີແລນ, ສະວີເດັນ ແລະ ຕະຫລາດ ໃນພາກພື້ນ. ໂດຍໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກ ອົງການໄອເກຍ (IKEA) ແລະ ອົງການຮ່ວມມື ເພື່ອການພັດທະນາ ປະເທດສະວິດເຊີແລນ, ຊຶ່ງເລີ່ມຈັດຕັ້ງປະ ຕິບັດມາແຕ່ປີ 2006.
ຂ່າວ: ສິງຄຳ, ພາບ: ສຸກທະວີ
ເນື້ອໃນ: ຂປລ
ເນື້ອໃນ: ຂປລ
No comments