ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ຕ້ອນຮັບທູດອິດສະຣາແອນ
ຂປລ. ໃນວັນທີ 5 ກັນຍາ 2017 ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ Nadav Eshcar ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ປະເທດອິດສະຣາແອນ ປະຈຳ ສປປ ລາວ, ໂດຍມີສຳນັກງານຕັ້ງຢູ່ ຮ່າໂນ້ຍ ປະເທດຫວຽດນາມ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ Nadav Eshcar ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດອິດສະຣາແອນ ປະຈໍາ ສປປ ລາວ ຄົນໃໝ່, ພ້ອມສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ອິດສະຣາແອນ ແລະ ສປປ ລາວ ໃຫ້ນັບມື້ນັບມີປະສິດທິຜົນ ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມ ສ້າງມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ. ພ້ອມນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານອິດສະຣາແອນ ທີ່ໄດ້ໃຫ້ການຊ່ວຍເຫລືອ ໃນການຝຶກອົບຮົມພະນັກງານ ສປປ ລາວ ໃນຂະແໜງກະສິກຳ ຢູ່ປະເທດອິດສາຣາແອນ ຊຶ່ງໄດ້ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາບຸກຄະລາກອນຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ທ່ານທູດ ຈະສືບຕໍ່ໃຫ້ການຊຸກຍູ້ ແລະ ສະໜັບສະໜູນ ການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ໄດ້ຮັບການຂະຫຍາຍ ຕົວຍິ່ງໆຂຶ້ນ.
ໃນໂອກາດດຽວກັນ, ທ່ານທູດ Nadav Eshcar ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ສະຫລະເວລາອັນມີຄ່າໃຫ້ການຕ້ອນຮັບ ໃນຄັ້ງນີ້, ພ້ອມຢືນຢັນຈະສຸດທຸກຄວາມສາມາດຂອງຕົນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວ ພັນການຮ່ວມມື ກັບບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງລາວ ເພື່ອປະກອບສ່ວນເຂົ້າ ໃນການເພີ່ມທະວີ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ອິດສະຣາແອນ-ລາວ ໃຫ້ນັບມື້ນັບໄດ້ຮັບການ ເສີມຂະຫຍາຍຍິ່ງໆຂຶ້ນ.
ຂ່າວ: ສິງຄຳ, ພາບ: ສະຫວາດ
ເນື້ອໃນ: ຂປລ
ເນື້ອໃນ: ຂປລ


No comments