ໂທລະສັບມືຖືຍີ່ຫໍ້ ຊໍາຊຸງກາແລັກຊີ ໂນດ 8 ກຽມພ້ອມທີ່ຈະອອກຈໍາໜ່າຍສູ່ສັງຄົມໃນໄວໆນີ້


ຊໍາຊຸງກາແລັກຊີ ໂນດ 8 ແມ່ນມິຕິໃໝ່ແຫ່ງສະມາດໂຟນ ພາຍໃຕ້ແນວຄິດ ເຮັດໃຫ້ໃຫຍ່ກວ່າໃຈຄິດ ທີ່ຈະສາມາດຕອບໂຈດຜູ້ບໍລິໂພກທີ່ຕ້ອງການສ້າງສັນສິ່ງໃໝ່ໆໃຫ້ກ້າວໄກກວ່າທີ່ໃຈຄິດ ມາພ້ອມກັບປາກກາອັດສະລິຍະ S pen ທີ່ຈະຊ່ອຍຍົກລະດັບການສື່ສານໃນແບບຂອງໂຕທ່ານເອງໄດ້ດີຍິ່ງຂຶ້ນ ພ້ອມທັງອັດແໜ້ນດ້ວຍຂີດສຸດແຫ່ງເຕັກໂນໂລຊີກ້ອງຄູ່ (Dual Camera) ທີ່ດີທີ່ສຸດໃນສະມາດໂຟນ ຈໍສະແດງຜົນບໍ່ມີຂອບໃນສະຕາຍ (Infinity Display) ທີ່ສາມາດຈັບໄດ້ຢ່າງຖະໜັດມືດ້ວຍມືພຽງຂ້າງດຽວ ພ້ອມທັງຄຸນສົມບັດໃນການກັນນໍ້າ ກັນຝຸ່ນ ສາກບັດເຕີຣີໄດ້ໄວ ແລະ ກຸ້ມໝົດມື້ ສິ່ງສໍາຄັນ ມີຄວາມປອດໄພທີ່ຮັດກຸມໂດຍການຮວມເຕັກໂນໂລຊີອັນລໍ້າໜ້າດ້ວຍການສະແກນສາຍຕາ ແລະ ສະແກນລາຍນີ້ວມື ຊໍາຊຸງກາແລັກຊີ ໂນດ 8 ມີ 3 ສີໃຫ້ເລືອກຄື ສີດໍາ ສີທອງ ແລະ ສີເທົາມ່ວງ ໃນລາຄາໜ່ວຍລະ 7 ລ້ານກວ່າກີບ ແລະ ພ້ອມວາງຈໍາໜ່າຍໃນໄວໆນີ້.

   ພິທີສະເໜີໂຕ ຊໍາຊຸງກາແລັກຊີ ໂນດ 8 ໄດ້ຈັດຂຶ້ນທີ່ ໂຮງແຮມລາວພະລາຊາ ໃນວັນທີ 01 ກັນຍາ 2017 ທີ່ຜ່ານມາ ໂດຍມີທ່ານ ຊຶງ ໂຮ ຊອຍ ຜູ້ຈັດການໃຫຍ່ປະຈໍາລາວ – ກໍາປູເຈຍ ບໍລິສັດຊໍາຊຸງເອເລັກໂຕຣນິກຈໍາກັດ ພາກສ່ວນທີ່ກ່ຽວຂ້ອງ ພ້ອມສື່ມວນຊົນຈໍານວນນຶ່ງເຂົ້າຮ່ວມ.
ຂ່າວ/ຮູບ: ລັດສະໝີ

No comments

Theme images by compassandcamera. Powered by Blogger.