ຂ່າວລາວ – ຫຼໍ່ຄຳໜັກ 5 ກິໂລ ເພື່ອໂອບໃສ່ຈອມພະທາດເຈດີວັດອົງຕື້ ແຂວງຫົວພັນ
![]() |
ບ້ານໂພນຕ້ອງຈອມມະນີ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ມີພະເຖລານຸເຖລະ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ |
ວັນທີ 8 ມີນາ 2017 ອົງການປົກຄອງແຂວງຫົວພັນ ຮ່ວມກັບບໍລິສັດ ພອນປະເສີດ ສຳຫຼວດ ອອກແບບ ທີ່ປຶກສາ ແລະ ກໍ່ສ້າງ ຈຳກັດ ໄດ້ຈັດພິທີຫຼໍ່ຄຳນ້ຳໜັກຫຼາຍກວ່າ 5 ກິໂລ ເພື່ອໂອບໃສ່ຈອມພະທາດເຈດີທີ່ວັດອົງຕື້ ເມືອງຊຳເໜືອ ແຂວງຫົວພັນ ຂຶ້ນທີ່ບໍລິສັດ ຜະລິດຕະພັນວັດທະນະທຳ ບ້ານໂພນຕ້ອງຈອມມະນີ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ມີພະເຖລານຸເຖລະ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍທ່ານເຈົ້າແຂວງຫົວພັນ ບັນດາພັນລະຍາການນຳ ນັກທຸລະກິດ ແລະ ເຈົ້າພາບເຈົ້າສັດທາເຂົ້າຮ່ວມ.
ໃນພິທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ໄດ້ຕາງໜ້າໃຫ້ການນຳແຂວງຫົວພັນ ຂຶ້ນກ່າວລາຍງານກິດຈະກຳຫຼໍ່ຄຳໃສ່ຈອມພະທາດເຈດີວ່າ: ພະທາດເຈດີ ແມ່ນໜຶ່ງໃນ 8 ກິດຈະກຳຂອງໂຄງການກໍ່ສ້າງວັດອົງຕື້ທີ່ແຂວງຫົວພັນ ເຊິ່ງໂຄງການທີ່ສ້າງສຳເລັດປະກອບມີ: ສິມ ສາລາໂຮງທຳ ກຸດຕິ ຫໍກອງສັດທາ ຫໍໄຕປິດົກ ຫ້ອງນ້ຳ ປະຕູໂຂງ ແລະ ອື່ນໆ ສ່ວນໂຄງການສ້າງພະເຈດີຫາກໍ່ສຳເລັດເມື່ອບໍ່ດົນມານີ້ ເພື່ອເຮັດໃຫ້ພະທາດເຈດີເປັນທີ່ເຄົາລົບບູຊາຂອງປະຊາຊົນບັນດາເຜົ່າ ໂດຍສະເພາະຊາວແຂວງຫົວພັນ ດັ່ງນັ້ນການນຳແຂວງຫົວພັນ ກໍ່ຄືຄະນະຮັບຜິດຊອບ ໄດ້ເອກະພາບກັນລະດົມການໂມທະນາບໍລິຈາກຄຳ ເພື່ອໂອບໃສ່ຈອມພະທາດເຈດີ ສຳລັບພິທີປະດິດສະຖານໂອບຄຳໃສ່ຈອມພະທາດເຈດີ ຈະໄດ້ຈັດຂຶ້ນພາຍໃນເດືອນພຶດສະພາ 2017 ພ້ອມກັບສະເຫຼີມສະຫຼອງວັນສ້າງຕັ້ງໜ່ວຍແກ້ວຫຼັກເມືອງ ຄົບຮອບ 10 ປີ ແລະ ຜົນສຳເລັດການກໍ່ສ້າງໂຮງຮຽນສົງ ດັ່ງນັ້ນ ເຊີນຊວນທຸກພາກສ່ວນການນຳພັກ-ລັດ ພະນັກງານ ນັກທຸລະກິດ ແລະ ພໍ່ແມ່ປະຊາຊົນ ນະຄອນຫຼວງວຽງຈັນ ໂດຍສະເພາະຊາວແຂວງຫົວພັນ ທີ່ດຳລົງຊີວິດຢູ່ ນວ ຈົ່ງເຂົ້າຮ່ວມກິດຈະກຳດັ່ງກ່າວ.
ຂໍ້ມູນຂ່າວຈາກ ໜັງສືພິມວຽງຈັນໃໝ່
No comments