ໃນວັນທີ 29 ມີນາ 2017, ກອງພັນເຄື່ອນທີ່ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ທຳລາຍລົດຈັກທີ່ຢຶດຈາກກຸ່ມແກງກວນເມືອງ ຈຳນວນ 60 ກວ່າຄັນ.
ລົດຈຳນວນດັ່ງກ່າວນີ້, ເຈົ້າໜ້າທີ່ຢຶດໄດ້ຈາກການກວດກາຕາມ ເສັ້ນທາງຫຼັກ 6 ເສັ້ນ ແລະ ຈຸດທີ່ຫຼ່ໍແຫຼມຕ່າງໆຢູ່ 7 ເມືອງໃນນະຄອນ ຫຼວງວຽງຈັນ ນັບແຕ່ເດືອນມິຖຸນາ ຫາ ເດືອນຕຸລາ 2016 ທີ່ຜ່ານມາ, ເຊິ່ງສາມາດກວດພົບຜູ້ນຳໃຊ້ລົດບໍ່ຖືກຕ້ອງ,

 ຖືເບົາຕໍ່ລະບຽບການຂັບຂີ່ ເຊັ່ນ: ຂັບຂີ່ລົດບໍ່ມີເອກະສານ, ບໍ່ມີໃບຂັບຂີ່, ລົດບໍ່ມາດຖານ ແລະ ອີກຈຳ 
ນວນໜຶ່ງແມ່ນເຈດຕະນາລ່ວງລະເມີດ, ຝ່າຝື່ນກົດລະບຽບຈະລາຈອນ, ກົດໝາຍວ່າດ້ວຍການຈະນາຈອນທາງບົກ, ສ້າງຄວາມບໍ່ເປັນລະບຽບ ຮຽບຮ້ອຍໃນສັງຄົມ ເຊັ່ນ: ຂັບຂີ່ໃນສະພາບມືນເມົາ, ຂັບຂີ່ໄວເກີນກຳນົດ, ຂັບຂີ່ດ້ວຍຄວາມຄະນຶກຄະນອງ, ດັດແປງສະພາບທໍ່ລົດໃຫ້ມີສຽງດັງ, ໃສ່ຢາງນ້ອຍ, ບໍ່ຕິດປ້າຍທະບຽນ ຫຼື ຕິດປ້າຍບໍ່ຖືກຕ້ອງ, ຫຼົບຫຼີກການກວດ ກາ, ຖົກຖຽງເຈົ້າໜ້າທີ່ ແລະ ໄດ້ກັກຕົວຜູ້ລະເມີດຈຳນວນ 41 ຄົນຍິງ 2 ຄົນ, ຢຶດລົດຈັກຈຳນວນ 308 ຄັນ, ລົດໃຫຍ່ 8 ຄັນ ແລະ ຂອງກາງຢາບ້າ 1.269 ເມັດ, ຢາໄອສ໌ 8 ຖົງນ້ອຍ, ປືນປາກາ, ປືນດັດແປງ, ປືນສັ້ນ 13 ກະບອກ ແລະ ລູກປືນ 38 ລູກ, ໂທລະສັບ 16 ເຄື່ອງ, ສາຍຄໍຄ້າຍຄືຄຳ 3 ບາດ ເງິນບາດ 140 ບາດ, ເງິນກີບ 2.109.000 ກີ ແລະ ເງິນປອມ 1.050.000 ກີບ.

No comments

Theme images by compassandcamera. Powered by Blogger.