ທົດລອງໃຊ້ລະບົບສະມາສແວດ ເກັບອາກອນ ມູນຄ່າເພີ່ມ ຢູ່ດ່ານຂົວມິດຕະພາບ I
![]() |
ຜ່ານດ່ານພາສີສາກົນ ຂົວມິດຕະພາບ I ສາມາດຊໍາລະຄ່າອາກອນມູນຄ່າເພີ່ມ 10% ດ້ວຍລະບົບ Smart VAT |
ຂປລ. ເຈົ້າໜ້າທີ່ພາສີດ່ານຂົວມິດຕະພາບ I ເລີ່ມທົດລອງນໍາໃຊ້ລະບົບສະມາສແວດ ໃນການຈັດເກັບອາກອນມູນຄ່າເພີ່ມ 10% ສໍາລັບເຄື່ອງຂອງຕິດຕົວຜູ້ໂດຍສານ ຢູ່ດ່ານພາສີສາກົນຂົວມິດຕະພາບ I ເພື່ອເພີ່ມສິ່ງອໍານວຍຄວາມສະດວກໃຫ້ຜູ້ມາໃຊ້ບໍລິການ, ພ້ອມດຽວກັນນັ້ນ ກໍເພື່ອສ້າງຄວາມຍຸຕິທໍາ ແລະ ຄວາມໂປ່ງໃສ ໃນການຈັດຕັ້ງປະຕິບັດ ການເກັບລາຍຮັບເຂົ້າງົບປະມານຂອງລັດ.
ຫລ້າສຸດ ໃນວັນທີ 14 ສິງຫາ ນີ້ ເວບໄຊສູນຂໍ້ມູນຂ່າວສານ ດ້ານການຄ້າ ຂອງກະຊວງອຸດສາ ຫະກໍາ ແລະ ການຄ້າ ເປີດເຜີຍວ່າ: ຜູ້ໂດຍສານ ທີ່ຊື້ເຄື່ອງຂອງຕິດຕົວເຂົ້າມາ ສປປ ລາວ ຜ່ານດ່ານພາສີສາກົນ ຂົວມິດຕະພາບ I ສາມາດຊໍາລະຄ່າອາກອນມູນຄ່າເພີ່ມ 10% ດ້ວຍລະບົບ Smart VAT (ສະມາສແວດ) ໂດຍຜ່ານບັດ VISA, ບັດ JCB, ບັດ Master Card, ບັດ BCEL ATM-Union Pay, ບັດ Smart Tax, ແລະ ລະບົບ BCEL One ສໍາລັບຜູ້ໂດຍສານ ທີ່ຍັງບໍ່ມີບັດປະເພດດັ່ງກ່າວ ສາມາດໃຊ້ເງິນສົດໄປແລກເອົາບັດ Smart VAT ທີ່ຈຸດບໍລິການຕ່າງໆ ຂອງທະນາຄານການຄ້າຕ່າງປະເທດ ເພື່ອຊໍາລະຄ່າອາກອນມູນຄ່າເພີ່ມໄດ້.
ກະຊວງການເງິນ ໄດ້ອອກຂໍ້ກໍານົດເລກທີ 2834/ກງ, ລົງວັນທີ 30 ສິງຫາ 2016, ວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມ ສໍາລັບເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາ 10% ຂອງມູນຄ່າເຄື່ອງຂອງຕິດຕົວ ເພື່ອຊົມໃຊ້ໃນຊີວິດປະຈໍາວັນ ທີ່ບໍ່ມີລັກສະນະທາງການຄ້າ ຜ່ານດ່ານພາສີຊາຍແດນ ໃຫ້ຖືກຕ້ອງ ແລະ ທັງເປັນການປະຕິບັດພັນທະຂອງຕົນຕໍ່ລັດ ຕາມລະບຽບກົດໝາຍ. ເຊິ່ງໄດ້ກໍານົດໃຫ້ຜູ້ໂດຍ ສານທີ່ເປັນພົນລະເມືອງລາວ, ຄົນຕ່າງດ້າວ ຫລື ຄົນຕ່າງປະເທດ ທີ່ເດີນທາງເຂົ້າມາໃນ ສປປ ລາວ ຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມ ຕາມອັດຕາທີ່ໄດ້ກໍານົດໄວ້, ຖ້າເຄື່ອງຂອງຕິດຕົວນໍາເຂົ້າມາໃນ ສ ປປ ລາວ ທີ່ມີມູນຄ່າເກີນ 50 ໂດລາສະຫະລັດ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ແມ່ນພົບບັນຫາຄວາມຫຍຸ້ງຍາກຫລາຍສົມຄວນ. ດັ່ງນັ້ນ, ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ໃນການຊໍາລະຄ່າອາກອນມູນຄ່າເພີ່ມດັ່ງກ່າວ ກະຊວງການເງິນ ຈຶ່ງໄດ້ອອກບົດແນະນໍາສະບັບເລກທີ 3643/ກງ, ລົງວັນທີ 31 ຕຸລາ 2016 ກ່ຽວກັບກົນໄກການຄຸ້ມຄອງ ການນໍາໃຊ້ບັດຊໍາລະອາກອນມູນຄ່າເພີ່ມ 10% ສໍາລັບເຄື່ອງຂອງຕິດຕົວຜູ້ໂດຍສານ ດ້ວຍລະບົບSmart VAT ຢູ່ດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ.
ນອກຈາກນັ້ນ, ຍັງສ້າງສິ່ງອໍານວຍຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ໃຫ້ແກ່ຜູ້ໂດຍສານທີ່ເຂົ້າມາ ສປປ ລາວ ໃນການຊໍາລະຄ່າອາກອນມູນຄ່າເພີ່ມ ຜ່ານຫລາຍປະເພດບັດ ແລະ ທັງລະບົບອອນລາຍ ຫລື BCEL One ຕື່ມອີກ.
ພາບ-ຂ່າວ: ຮັກຊາດນອກຈາກນັ້ນ, ຍັງສ້າງສິ່ງອໍານວຍຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ໃຫ້ແກ່ຜູ້ໂດຍສານທີ່ເຂົ້າມາ ສປປ ລາວ ໃນການຊໍາລະຄ່າອາກອນມູນຄ່າເພີ່ມ ຜ່ານຫລາຍປະເພດບັດ ແລະ ທັງລະບົບອອນລາຍ ຫລື BCEL One ຕື່ມອີກ.
ເນື້ອໃນ: ຂປລ
No comments