ເມືອງຮົ່ມ ທຳລາຍສິນຄ້າທີ່ໝົດອາຍຸການນຳໃຊ້


ຂປລ. ອາທິດ​ຜ່ານ​ມາ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮົ່ມ ​ແຂວງ​ໄຊ​ສົມບູນ ຈັດ​ພິທີ​ທຳລາຍສິນຄ້າ ​ທີ່​ໝົດ​ອາຍຸ​ການ​ນຳ​ໃຊ້ ປະກອບ​ມີ: ນໍ້າບິກໂຄລາ, ນ້ຳມີລິນດາ, ນ້ຳແຟນຕາ, ນ້ຳໝາກໄມ້ລວມ (ອີໂວວີ), ສະປອນເຊີ, ໂອອີຊິ, ແລ້ກຕາຊອຍ, ດັດສະມິວ, ນ້ຳສະອິວ, ໝີ່​ຊະນິດ​ຕ່າງໆ ແລະ ໂອວັນຕິນ ລວມມູນ​ຄ່າ​ເກືອ​ບ 1 ລ້ານ​ກີບ. ​ໂດຍ​ມີທ່ານ ບູນສົງ ເບຼ່ຍຢ່າທໍ່ ເພຍຫລວງ ເຈົ້າເມືອງໆຮົ່ມ, ທ່ານ ບຸນເຕັງ ລັດຕະນະໄຕ ຫົວໜ້າຫ້ອງການການຄ້າເມືອງ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທັງ​ນີ້ ກໍເພື່ອເປັນການກະຕຸກຊຸກຍຸ ໃຫ້ບັນດາຮ້ານອາຫານ, ຮ້ານຂາຍເຄື່ອງຕ່າງໆ ມີການປັບປຸງໃຫ້ມີຄວາມສະອາດ, ຮັບປະກັນບໍ່ໃຫ້ອາຫານ ແລະ ເຄື່ອງບໍລິໂພກ ໝົດອາຍຸການນຳໃຊ້, ​ເຮັດ​ໃຫ້ຜູ້ຊົມໃຊ້ມີ ຄວາມປອດໄພ ແລະ ບໍ່ໃຫ້ເກີດມີອາການແພ້ຢ່າງຮຸນແຮງ ຈາກ​ການນຳໃຊ້ເຄື່ອງບໍລິໂພກ ທີ່ມີສານອັນຕະລາຍ ເຖິງຂັ້ນເສຍຊິວິດ.


ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

No comments

Theme images by compassandcamera. Powered by Blogger.