ວິທີກະກຽມ ແລະ ໃຊ້ໂທລະສັບມືຖືໃຫ້ເກີດປະໂຫຍດສູງສຸດເພື່ອຮັບມືກັບພາຍຸໃນລະດູຝົນ
ໄລຍະນີ້ ຟ້າຝົນຕົກໄດ້ດີປານເປັ່ງນໍ້າອອກຈາກກັອກ ພາຍຸຫົວໜຶ່ງຜ່ານໄປຫົວໃໝ່ພັດເຂົ້າມາແທນທີ່ ຈົນບາງເທື່ອກໍ່ຮັບມືກັບສະພາບອາກາດທີ່ຮຸນແຮງບໍ່ທັນ ການຮັບຂໍ້ມູນຂ່າວສານເພື່ອກຽມພ້ອມຮັບມືກັບພາຍຸເປັນທາງອອກໜຶ່ງ ແລະ ກໍ່ມີຫຼາຍຮູບການ ເຊິ່ງວິທີການທີ່ງ່າຍທີ່ສຸດໃນຍຸກນີ້ກໍ່ແມ່ນໃຊ້ອຸປະກອນທີ່ເກືອບວ່າທຸກຄົນມີກັນຢູ່ນັ້ນກໍ່ຄື: ໂທລະສັບມືຖື ມາເບິ່ງກັນວ່າເຮົາຈະໃຊ້ໂທລະສັບມືຖືແນວໃດເພື່ອກຽມພ້ອມຮັບມືກັບພາຍຸ ແລະ ຈະກະກຽມອຸປະກອນໃດແດ່ເພື່ອຮັບຂ່າວສານກ່ຽວກັບພາຍຸທີ່ອາດເກີດຂຶ້ນ.
1. ເວັບໄຊ ແລະ ແອັບຕ່າງໆ
ໂດຍທົ່ວໄປແລ້ວສາມາດເຂົ້າຕິດຕາມຂໍ້ມູນກ່ຽວກັບສະພາບອາກາດໄດ້ຈາກເວັບໄຊຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ທີ່ dmh.gov.la ໂດຍໃນເວັບຈະມີການລາຍງານສະພາບອາກາດປະຈຳວັນ, ລະດັບນໍ້າຂອງ ແລະ ສາຂາ ແລະ ເຕືອນໄພຕ່າງໆ ຖ້າໃຊ້ Facebook ກໍ່ສາມາດຕິດຕາມການເຄື່ອນໄຫວຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ເຊັ່ນກັນ.
ສຳລັບແອັບ ເຮົາຂໍແນະນຳແອັບ Disaster Alert (PDC World Harzards) ເຊິ່ງຈະລາຍງານ ແລະ ເຕືອນໄພຈາກທຳມະຊາດຕ່າໆໃນທົ່ວໂລກສາມາດນຳໃຊ້ໄດ້ທັງ iOS ແລະ Android.
2. ວິທີກຽມມືຖືໃຫ້ພ້ອມຮັບພາຍຸ
ຖ້າຮູ້ຂ່າວວ່າພາຍຸກໍ່າລັງຈະພັດຜ່ານພື້ນທີ່ທີ່ທ່ານອາໄສຢູ່ ສິ່ງທີ່ຄວນເຮັດກໍ່ຄືກະກຽມໂທລະສັບມືຖືໃຫ້ພ້ອມ ເພາະອາດໄດ້ໃຊ້ໃນການຕິດຕໍ່ສື່ສານໃນກໍລະນີສຸກເສີນໂດຍປະຕິບັດດັ່ງນີ້:
- ຖ່າຍຮູບບັນທຶກຊັບສິນຕ່າງໆທີ່ມີຢູ່ໃນເຮືອນ ເພື່ອໃຊ້ເປັນຫຼັກຖານໃນກໍລະນີເຮັດປະກັນໄວ້
- ເພື່ອຈຸດປະສົງດຽວກັບຂ້າງເທິງ ຄວນຖ່າຍຮູບສັດລ້ຽງ, ລູກ ແລະ ສະມາຊິກໃນຄອບຄົວໄວ້
- ສາກແບັດເຕີຣີໃຫ້ເຕັມ ແລະ ສາກເລື້ອຍໆ ເພາະຖ້າແບັດບໍ່ມີໂທລະສັບກໍ່ຈະໃຊ້ບໍ່ໄດ້
- ບາງກໍລະນີ ອິນເຕີເນັດອາດໃຊ້ບໍ່ໄດ້ ຫຼື ຊ້າ ເຊິ່ງຖ້າເປັນແບບນັ້ນທ່ານບໍ່ຄວນຫຼິ້ນໂທລະສັບເພາະຈະເຮັດໃຫ້ເສຍແບັດເຕີຣີໄປໂດຍບໍ່ເກີດປະໂຫຍດ
3. ກຽມແບັດສຳຮອງໄວ້ກໍ່ດີ
ໂທລະສັບສະໄໝນີ້ກິນແບັດໄວປານເທນໍ້າຖິ້ມ ເວລາທີ່ເກີດພາຍຸເຂົ້າອາດເຮັດໃຫ້ໄຟຟ້າໃຊ້ງານບໍ່ໄດ້ ຄວນຫາແຫຼ່ງພະລັງງານສຳຮອງອື່ນໆໄວ້ເຊັ່ນ: ແບັດເຕີຣີສຳຮອງເຊິ່ງໃນປັດຈຸບັນມີໃຫ້ເລືອກຊື້ຫຼາກຫຼາຍແບບ ແລະ ລາຄາກໍ່ບໍ່ແພງຈົນເກີນໄປ ເວລາທີ່ໂທລະສັບມືຖືແບັດໝົດຢ່າງໜ້ອຍກໍ່ຍັງສາມາດສາກແບັດໄດ້
4. ສິ່ງອື່ນໆທີ່ຄວນກະກຽມ
ໄຟສາຍ, ຖ່ານໄຟສາຍ, ໂຄມໄຟ ແລະ ອາຫານທີ່ບໍ່ບູດເນົ່າງ່າຍກໍ່ເປັນເຄື່ອງຂອງອີກຈຳພວກໜຶ່ງທີ່ຄວນກະກຽມໄວ້ໃນເວລາທີ່ເກີດພາຍຸ.
ນອກຈາກນັ້ນ ເຮົາຍັງຂໍແນະນຳໃຫ້ທ່ານຫາວິທະຍຸ FM/AM ທີ່ພົກພາງ່າຍມາໄວ້ ເພາະທຸກຢ່າງສາມາດເກີດຂຶ້ນໄດ້ໃນເວລາທີ່ພາຍຸເຂົ້າ ການສື່ສານແບບອື່ນອາດໃຊ້ບໍ່ໄດ້ ແຕ່ວ່າວິທະຍຸ FM/AM ອາດເປັນຊ່ອງທາງພື້ນຖານທີ່ໃຊ້ຮັບຂໍ້ມູນຂ່າວສານຈາກໜ່ວຍງານຮັບມືກັບໄພພິບັດ ແລະ ລັດຖະບານ.
ຂໍຂອບໃຈຂໍ້ມູນຈາກ: Android Central
No comments