ສື່ມວນຊົນລາວ ຫວັງເປັນກະບອກສຽງ ໃນການໂຄສະນາ ວຽກງານສາທາ
ການສຳມະນາໃນຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງ ການນຳສະເໜີ ສະພາບການ ລະບາດພະຍາດ ໃນລາວ ປີ 2016 ຂອງພະຍາດໄຂ້ຍຸງລາຍ, ໄອໄກ່, ອັກເສບຕັບ A ສົ່ງເສີມການນຳໃຊ້ສາຍດ່ວນ 166 ແລະ ນຳສະເໜີ ສະພາບການພະຍາດເປັ້ຍລ່ອຍ ແລະ ການປ້ອງກັນ, ການຄວບຄຸມຢາສູບໃນ ສປປ ລາວ ເພື່ອສ້າງຄວາມເຂົ້າໃຈ ໃຫ້ກັບບັນດາສື່ມວນຊົນ ໃນການໂຄສະນາ ວຽກງານດ້ານສຸຂະພາບ ທັງເປັນກະບອກສຽງອັນສຳຄັນ ໃນການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ອັນເປັນຊ່ອງທາງໜຶ່ງ ທີ່ສາມາດເຂົ້າເຖິງພໍ່, ແມ່ ປະຊາຊົນໄດ້ໄວ້ ແລະ ກວ້າງຂວາງທີ່ສຸດ ເຮັດໃຫ້ສັງຄົມ ໄດ້ເຂົ້າຮັບຮູ້ເຂົ້າໃຈ ກ່ຽວກັບບັນຫາ ພະຍາດລະບາດຖືກຕ້ອງ ແລະ ຮູ້ຈັກວິທີປ້ອງກັນ ພະຍາດນຳອີກ.
No comments