ພິທີວາງສີລາລຶກໂຄງການຂະຫຍາຍໂຮງຮຽນ ອັອບເຟ



ຂປລ. ວັນທີ 12 ຕຸລາ 2016 ນີ້ ທີ່ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ, ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງໂຮງຮຽນຝຮັ່ງ (ອັອບເຟ) ຫລັງໃໜ່ຂຶ້ນ ໂດຍ ການເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ. ທ່ານ ລີຕູ້ ບົວປາວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ທ່ານ ເອກອັກຄະລັດຖະທູດຝຮັ່ງ ປະ ຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຂະຫຍາຍໂຮງຮຽນຫລັງດັ່ງກ່າວ, ​ແມ່ນມີຄວາມໜາຍຄວາມສຳຄັນ ທັງ​ນີ້​ກໍເພື່ອສືບຕໍ່​ເສີມ​ຂະຫຍາຍການພົວພັນຮ່ວມມື ດ້ານການສຶກສາ ລະຫວ່າງສອງປະເທດ ຝຮັ່ງ-ລາວ ທີ່ມີມູນ​ເຊື້ອມາ ຍາວນານ ​ແລະ ທັງເປັນການເສີມຂະຫຍາຍ ພາສາຝຮັ່ງ ໃນພາກພື້ນອາຊີ ໂດຍສະເພາະປະເທດ ສະມາຊິກຝຮັ່ງໂກໂຟນີ.

ໂຮງຮຽນຫລັງດັ່ງກ່າວ, ມີມູນຄ່າການກໍ່ສ້າງທັງໜົດ 3,7 ລ້ານໂດລາສະຫາລັດ, ເປັນຕຶກ 3 ຊັ້ນ, ປະກອບມີ 26 ຫ້ອງຮຽນ, ມີສູນກິລາ, ຫ້ອງປະຊຸມ​ໃຫຍ່, ຫ້ອງຄອມພິວເຕີ ແລະ ຫ້ອງສະ ແດງຕ່າງໆສາມາດຮອງຮັບນັກຮຽນ ມຕົ້ນ ​ແລະ ມປາຍ. ໂຄງການດັ່ງກ່າວ, ຈະໃຊ້ເວລາໃນການ ກໍ່ສ້າງ 15 ເດືອນ ຈຶ່ງຈະສຳເລັດ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.