ຊ່ວຍເຫລືອໃຫ້ໄປຮັບເດັກນ້ອຍແດງຢູ່ໂຮງໝໍໄຊເສດຖາ (ດອນກອຍ)
---------------------------------------------- ++ໃນວັນທີ 17/08/17 ເວລາ 11:04 ໜ່ວຍກູ້ໄພມູນນິທິ ນາຄາ ໄດ້ຮັບແຈ້ງເຫດຜ່ານເບີ 23456784 ຂໍຄວາມຊ່ວຍເຫລືອໃຫ້ໄປຮັບເດັກນ້ອຍແດງຢູ່ໂຮງໝໍໄຊເສດຖາ (ດອນກອຍ) ນຳສົ່ງໂຮງໝໍມະໂຫສົດ
ພໍໜ່ວຍກູ້ໄພມູນນິທິ ນາຄາ ອອກໄປພົບຄົນປ່ວຍ 1 ຄົນ ເປັນເພດຊາຍ ອາຍຸເກີດ 9ມື້ ປະຈຸບັນຢູ່ບ້ານ ຫ້ວຍສຽນ ເມືອງ ລອງຊານ ແຂວງ ໄຊສົມບູນ ອາການເບື້ອງຕົ້ນແມ່ນ ໄຂ້ຂື້ນສູງ ແລະ ຂາດອົກຊີ
ດັ່ງນັ້ນໜ່ວຍກູ້ໄພມູນນິທິ ນາຄາ ຈຶ່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍ ມະໂຫສົດ
-----------------------------------
ບາດເຈັບສຸກເສີນໂທ 23456784 ຟຣີຕະຫລອດ 24ຊົ່ວໂມງງ
No comments