ສປ ຈີນ ໃຫ້ທຶນແກ່ນັກສຶກສາລາວ ຈຳນວນ 160 ທຶນໄປສຶກສາຕໍ່
ຂປລ. ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ມອບທຶນການສຶກສາ 160 ທຶນໃຫ້ນັກສຶກສາລາວ ໄປສຶກສາຕໍ່ທີ່ ສປ ຈີນ ໃນສົກຮຽນນີ້. ພິທີມອບ-ຮັບ ທຶນດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 17 ສິງຫາ 2017, ຢູ່ສະຖານທູດ ຈີນ ປະຈໍາ ລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ບົວລານ ສິຣິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຫວັງ ເຫວີນທຽນ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ບົວລານ ສິຣິປັນຍາ ໄດ້ສະແດງຄວາມຂອບໃຈ ຕໍ່ສະຖານທູດ ຈີນ ປະຈໍາ ລາວ ທີ່ໃຫ້ການສະໜັບສະໜູນ ທຶນດ້ານການສຶກສາ ແກ່ນັກສຶກສາທີ່ສອບເສັງໄດ້, ອັນໄດ້ຊ່ວຍໃຫ້ເຂົາເຈົ້າ ໄດ້ມີໂອກາດສຶກສາຮ່ຳຮຽນ ແລະ ເຮັດຕາມຄວາມຝັນຂອງເຂົາເຈົ້າ ເພາະການສຶກສາແມ່ນມີຄວາມຈຳເປັນ ແລະ ສຳຄັນຫລາຍ ຕໍ່ການພັດທະນາຄົນ, ເມື່ອຄົນ ຫລື ບຸກຄະລາກອນ ມີຄວາມຮູ້, ຄວາມສາມາດແລ້ວ ກໍຈະຊ່ວຍພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
ໃນໂອກາດດຽວກັນນີ້, ທ່ານ ຫວັງ ເຫວີນທຽນ ກ່າວວ່າ: ປະເທດຊາດຈະເຂັ້ມແຂງໄດ້ ກໍຕ້ອງເລີ່ມຈາກຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ເຊິ່ງບໍ່ໄດ້ໝາຍເຖິງແຕ່ຄົນເກັ່ງ ຫລື ຄົນທີ່ມີຄວາມຮູ້, ຄວາມສາມາດພຽງຢ່າງດຽວ ເທົ່ານັ້ນ, ແຕ່ຕ້ອງເປັນ ຄົນດີນຳ. ສະນັ້ນ, ສປ ຈີນ ຈຶ່ງໄດ້ເນັ້ນຊຸກຍູ້ໂຄງການຕ່າງໆ ເພື່ອຊ່ວຍພັດທະນາບຸກຄະລາກອນ ຂອງປະເທດ ແລະ ສືບຕໍ່ໃຫ້ທຶນແກ່ ສປປ ລາວ, ໂດຍໄດ້ມອບທຶນການສຶກສາ ຈຳນວນ160 ທຶນ ແລະ ຫວັງວ່າໂຄງການດັ່ງກ່າວ, ຈະຊ່ວຍສ້າງແຮງບັນດານໃຈ ໃຫ້ກັບນ້ອງນັກ ສຶກສາ ທີ່ໄດ້ຮັບທຶນທຸກໆ ຄົນ ຈະປະພຶດຕົນເປັນຄົນດີ, ສ້າງຄຸນປະໂຫຍດໃຫ້ແກ່ປະເທດຊາດ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງຕໍ່ໄປ.
ຂ່າວ: ວິໄລສັກ
ເນື້ອໃນ: ຂປລ
No comments