ທາງການໄທແລະຜູ້ຈັດງານສັ່ງໃຫ້ທີມຊ່າງພາບກັບບ້ານແລ້ວ!
ຈາກເຫດການທີ່ ຊ່າງຖ່າຍຮູບຊາວໄທ Pongsaton Gitaprachaya ທີ່ຖືກຈ້າງມາຮ່ວມງານ Vientiane Motor Expo ທີ່ຈັດຢູ່ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ວັນທີ 30/9/2016, ຜູ້ກ່ຽວໄດ້ໂພດຂໍ້ຄວາມ ແລະ ຄອມມເມັນ ລັກສະນະ ມິ່ນປະໝາດ ຄົນລາວ. ເຮັດໃຫ້ເກີດການຕໍ່ຕ້ານ ຕໍ່ພຶດຕິກຳ ອັນບໍ່ເໝາະສົມ.

ເມື່ອເລື່ອງດັ່ງກ່າວໄດ້ດັງລະເບີດ ໃນໂລກອ່ອນລາຍ, ໄດ້ມີຄົນລາວນັບແສນ ກ່າວປະນາມ ຕໍ່ການກະທຳຂອງຜູ້ກ່ຽວ. ເຊິ່ງເຫດການແບບນີ້ ບໍ່ແມ່ນຄັ້ງທຳອິດ, ເພາະຜ່ານມາ ພຶດຕິກຳການມິ່ນປະໝາດ ຄົນລາວ ຈາກກຸ່ມຄົນໄທ ບາງຄົນ ຍັງຄົງມີໃຫ້ເຫັນ. ເຊິ່ງສິ່ງດັ່ງກ່າວ ຄົນໄທ ຫຼາຍຄົນ ທີ່ເປັນຄົນອີສານ ທີ່ມີເຊື້ອສາຍລາວ ກໍ່ຍັງທົນຮັບ ກັບພຶດຕິກຳ ອັນຕຳຊາມດັ່ງກ່າວ.

ຈາກພຶດຕິກຳດັ່ງກ່າວ, ຜູ້ຈັດງານຈິ່ງໄດ້ສັ່ງຍົກເລີກ ວ່າຈ່າງ ແລະ ໄດ້ໃຫ້ ທີມຖ່າຍຮູບດ່ັງກ່າວ ກັບປະເທດ ໃນຕອນເຊົ້າ ວັນທີ 1/10/2016, ເຊິ່ງຕອນຄືນຂອງວັນທີ 30/9/2016 ທາງສະຖານທູດໄທຕ້ອງໄດ້ ນຳພວກກ່ຽວໄປພັກທີ່ສະຖານທູດເພື່ອ ຄວາມປອດໄພ.

ພາຍຫຼັງເລື່ອງຮອດທາງການໄທ ຜູ້ກ່ຽວກໍ່ໄດ້ ເຮັດຄລິບອອກມາຂໍໂທດ, ແຕ່ມັນຄົງຈະຊ້າໄປແລ້ວ ເພາະສິ່ງດັ່ງກ່າວ ແມ່ນເຮັດໃຫ້ຄົນລາວຮູ້ສຶກເສຍໃຈຫຼາຍ. ແຕ່ວ່າ ພວກເຮົາກໍ່ໃຫ້ອະໄພ ແລະ ຫວັງວ່າ ການກະທຳດັ່ງກ່າວ ຈະເປັນບົດຮຽນອັນສຳຄັນ ແກ່ຜູ້ກ່ຽວ ແລະ ຄົນອື່ນໆ ທີ່ຍັງມີແນວຄິດ ແລະ ທັດສະນະຄະຕິ ມິນປະໝາດຊາດອື່ນ.
ທີ່ມາ: tholakhong

No comments