ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ພົບປະເລຂາທິການ ໃຫຍ່ຂອງອົງການຝຣັ່ງໂກໂຟນີສາກົນ

ຂປລ. ໃນຕອນບ່າຍວັນທີ 13 ຕຸລາ ນີ້, ຢູ່ກະຊວງການຕ່າງປະເທດ ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮັບຜິດຊອບວຽກງານຝຣັ່ງໂກໂຟນີ ແລະ ທ່ານນາງ ມີກາແອນ ຊັງ ເລຂາທິການໃຫຍ່ຂອງອົງ ການຝຣັ່ງໂກໂຟນີສາກົນ (OIF), ໃນໂອກາດທີ່ທ່ານ ໄດ້ເດີນທາງມາຢ້ຽມຢາມສປປ ລາວ ຢ່າງເປັນທາງການ.
ໃນການພົບປະເຮັດວຽກດັ່ງກ່າວ, ທ່ານ ບຸນເກີດ ສັງສົມສັກ ໄດ້ຕີລາສູງກ່ຽວກັບການມາຢ້ຽມ ຢາມທາງການຂອງທ່ານ ເລຂາທິການໃຫ່ຍ OIF ແລະ ຄະນະ ຢູ່ ສປປ ລາວ, ຕະຫລອດເຖິງການພົວພັນຮ່ວມມື ກໍຄືການຊ່ວຍເຫລືອຕ່າງໆຈາກອົງການ OIF ຕະຫລອດໄລຍະທີ່ຜ່ານ. ນອກຈາກນີ້, ກໍໄດ້ທົບທວນຄືນການພົວພັນ ຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ OIF ໃນຂອບໂຄງການຮ່ວມມືຕ່າງໆ ແລະ ໄດ້ປຶກສາຫາລືກ່ຽວກັບການເສີມຂະຫຍາຍໂຄງການຮ່ວມມືນຳກັນ ໃນປັດຈຸບັນ ແລະ ໃນຕໍ່ໜ້າ.
ທ່ານ ເລຂາທິການໃຫ່ຍ OIF ກໍໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງ ຕໍ່ການຮັບຕ້ອນອັນອົບອຸ່ນ ແລະ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວຂອງສປປ ລາວ ໃນວຽກງານຕ່າງໆຂອງອົງການ OIF ໃນໄລຍະຜ່ານມາ ກໍຄື ປັດຈຸບັນ. ນອກຈາກນີ້, ກໍໄດ້ຕີລາຄາກ່ຽວກັບການຈັດຕັ້ງປະຕິບັດໂຄງ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ OIF, ພ້ອມທັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບທິດທາງແຜນການ ສຳລັບໂຄງການຮ່ວມມືຂອງອົງການດັ່ງກ່າວໃນຕໍ່ໜ້າ.
ໃນໂອກາດການມາຢ້ຽມຢາມສປປ ລາວ ໃນຄັ້ງນີ້, ນອກຈາກການເຄື່ອນໄຫວຢ່າງເປັນທາງການແລ້ວ, ຄະນະຜູ້ແທນຝຣັ່ງໂກ​ໂຟນີ ຍັງໄດ້ໄປຢ້ຽມຢາມຊົມສະຖານທີ່ວັດທະນະທຳຕ່າງໆ ຢູ່ນະ ຄອນຫລວງວຽງຈັນ ເຊັ່ນ: ວັດສີສະເກດ ແລະ ຫໍພິພິທະພັນຕ່າງໆ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.