ການບໍລິການຢູ່ປະເທດເຮົາຍັງເປັນທຸກິດແບບຄອບຄົວ
ະຕູ ສູ່ການເປັນສາກົນ ຫລາຍຂຶ້ນ, ແຕ່ເມື່ອສັງເກດເບິ່ງ ພື້ນຖານການບໍລິການ ຢູ່ປະເທດເຮົາ ຍັງເປັນແບບຄອບຄົວ ບໍ່ທັນເປັນລະດັບ ທຸລະກິດເທື່ອ ເຊິ່ງອາດຈະເປັນ ຈຸດອ່ອນແກ່ການແຂ່ງຂັນ ກັບຫລາຍປະເທດ ໃນຍຸກການເຊື່ອມໂຍງ.
ທ່ານ ຢາວບິງ ປະທານກຸ່ມບໍ ລິສັດກຣິດຕະພົງ ໃນນາມນັກລົງທຶນຈີນ ທີ່ມາລົງທຶນດ້ານ ການບໍລິການ ຢູ່ລາວເປັນເວລາ ຫລາຍປີໃຫ້ ສຳພາດວ່າ: ຕາມທັດສະນະແລ້ວ ການຮັບມື ຂອງຜູ້ປະກອບ ການຍັງເປັນເລື່ອງ ຍາກເພາະ ການບໍລິການ ບ້ານເຮົາເປັນ ທຸລະກິດແບບຄອບຄົວ, ຜູ້ປະກອບການ ຫລື ພະນັກງານ ຜູ້ບໍລິການ ບໍ່ທັນຖືວ່າອາຊີບນີ້ ເປັນອາຊີບທີ່ແນ່ນອນ. ບາງຄົນກໍມາເຮັດ ເພື່ອລໍຖ້າວຽກອື່ນ, ດັ່ງນັ້ນ ຈຶ່ງເຮັດໃຫ້ວຽກ ກໍ່ສ້າງຊັບ ພະຍາກອນມະນຸດ ຂອງຜູ້ປະກອບການ ດ້ານນີ້ບໍ່ ຄ່ອຍໄດ້ດີປານໃດ ແລະ ຜູ້ປະກອບການ ບາງລາຍເມື່ອ ມີທຶນຮອນແລ້ວ ກໍສ້າງໂຮງແຮມ ແລະ ເຮືອນພັກຂຶ້ນ ແລ້ວປ່ອຍໃຫ້ ລູກຫລານຂອງຕົນ ເປັນຜູ້ບໍລິການເອງ ເຊິ່ງເຂົາເຫລົ່າ ນັ້ນບາງຄົນ ບໍ່ມີປະສົບການ ຫລື ຄວາມຮູ້ດ້ານນີ້ ມາກ່ອນຈຶ່ງເຮັດ ໃຫ້ຄຸນນະພາບ ຂອງການບໍລິການ ບໍ່ໄດ້ດີ ແລະ ຍັງບໍ່ທັນມີ ຄວາມເປັນມືອາຊີບ. ການເຂົ້າເປັນ ປະຊາຄົມ ເສດຖະກິດອາຊຽນ ມັນຮຽກຮ້ອງ ໃຫ້ຜູ້ປະກອບການ ຈະຕ້ອງໄດ້ປັບປຸງ ຕົວເອງຫລາຍກວ່າເກົ່າ ໂດຍສະເພາະດ້ານ ການບໍລິການທີ່ເປັນ ມືອາຊີບ, ໄດ້ມາດຕະຖານ ແລະ ເປັນສາກົນ.
ເພື່ອເຮັດໃຫ້ ທຸລະກິດ ດ້ານການບໍລິການ ຂອງປະເທດເຮົາ ຂະຫຍາຍຕົວ ຜູ້ປະກອບການ ດ້ານນີ້ຕ້ອງເລັ່ງ ພັດທະນາຕົນເອງ ໃຫ້ເປັນມື້ອາຊີບແທ້ໆ ເພາະວ່າໃນຍຸກການ ເຊື່ອມໂຍງທຸລະກິດ ດ້ານການບໍລິການ ແມ່ນມີທ່າແຮງ ທີ່ດີທີ່ສຸດ, ພ້ອມ ນີ້ກໍຕ້ອງມີ ການຂະຫຍາຍ ການຮ່ວມມື ກັບບັນດາປະເທດ ໃນພາກພື້ນ ເປັນຕົ້ນ: ເຊັນສັນຍາຮ່ວມມື ກັບຜູ້ປະກອບການ ດຽວກັນກັບບໍລິສັດ ຫວຽດນາມ, ກຳປູເຈຍ ແລະ ໄທ ເພື່ອຈັບຄູ່ ຮ່ວມທຸລະກິດ ເຊັ່ນ: ເຮັດແພັກເກັດ ການທ່ອງທ່ຽວ ຮ່ວມກັນ ເຊິ່ງຈະບໍ່ມີພຽ ງແຕ່ຂາຍທົວ ຢູ່ບ້ານເຮົາເທົ່ານັ້ນ ແຕ່ຈະຕ້ອງໄດ້ຂາຍທົວ ຮ່ວມກັນໄປ ອີກປະເທດອື່ນ, ຂະນະດຽວກັນ ຜູ້ປະກອບ ການໂຮງແຮມ, ລີສອດກໍຕ້ອງ ໄດ້ຮ່ຳຮຽນ ບົດຮຽນຕົວຈິງ ແລະ ມີວິໄສທັດ ມາພັດທະນາ ທຸລະກິດຂອງຕົນ ຢ່າງມີປະ ສິດທິພາບ ເພື່ອໃຫ້ແຂ່ງຂັນ ກັບຫລາຍ ປະເທດ.
ທີ່ມາ: KPL

No comments