ບໍລິສັດ ລາວ​ຊຳ​ຊຸງ​ມອບ​​ເງິນ​ຊ່ວຍ​ເຫລືອ

ບໍລິສັດ​ລາວ​ຊຳ​ຊຸງ ​ເອ​ເລັກ​ໂທຣນິກຈຳກັດ ​ໄດ້​ມອບ​ເງິນ 17.300 ​ໂດ​ລາ​ສະຫະລັດ​ຫລື​ປະມານ 145 ລ້ານ​ກີບ​ໃຫ້​ອົງການ​ຫວ່ງ​​ໃຍ​ຮ່ວມ​ໃຈ​ພັດທະນາ (world Renew Laos) ​ເພື່ອ​ພັດທະນາ​ການ​ສຶກສາ​ໃນ​ແຂ​ວງພາກ​ເໜືອ​ຂອງ​ລາວ ​ເຊິ່ງພິທີ​ມອບ-ຮັບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ຕຸລາ​ນີ້​ທີ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ທ່ານ ຊຶງ​ໂຮ ຊອຍ, ຜູ້​ຈັດການ​ໃຫຍ່​ບໍລິສັດ ລາວ​ຊຳ​ຊຸງ ​ເອ​ເລັກ​ໂຕ​ນິກ ຈຳກັດ​ຜູ້​ດຽວ.
ທ່ານ ຊຶງ​ໂຮ ຊອຍ ກ່າວ​ວ່າ: ພວກ​ເຮົາ​ມີ​ຄວາ​ມມຸ້ງ​ໝັ້ນ​ໃນ​ການ​ສົ່​ງ​ເສີມ​ການ​ພັດທະນາ​ແບບ​ຢືນ​ຢົງ ລວມ​ເຖິງ​ການ​ປ່ຽນ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ​ໂດຍ​ການ​ສະໜັບສະໜູນດ້ານ​ການ​
ສຶກສາ, ສຸຂະ​ອະນາ​ໄມ, ການ​ຈ້າງ​ງານ ​ແລະ ພັດທະນາ​ຊຸມ​ຊົນ ດ້ວຍ​ຫລາກ​ຫລາຍ​ວິທີ, ​ເພື່ອ​ນັກຮຽນ​ຫລາຍ​ຄົນ ບໍ່​ສາມາດ​ເຂົ້າ​ເຖິງ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ ຍ້ອນ​ຫລາຍ​ປັດ​ໄຈ. ດັ່ງບໍລິສັດ ລາວ​ຊຳ​ຊຸງ​ຈິ່ງ​ມອບ​ເງິນ ຈຳນວນ ດັ່ງກ່າວ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ໂຄງການ​ພັດທະນາ​ຂອງ​ອົງການ world Renew Laos ພ້ອມ​ທັງ​ເຊື່ອ​ໝັ້ນວ່າ ຊຸມ​ຊົນ​ໃນ​ແຂວງ​ຜົ້ງສາລີ ​ແລະ ​ຊຽງ​ຂວາງ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດສູງ​ໃນ​ການຈັດຕັ້ງປະຕິບັດ​ຂອງ​ໂຄງການ​ນີ້.

ອົງການ​ຫ່ວງ​ໃຍ​ຮ່ວມ​​ໃຈ​ພັດທະນາ (world Renew Laos) ​ໄດ້​ເລີ່​ມຈັດຕັ້ງປະຕິບັດ​ການ​ຊ່ວຍ ​ເຫລືອ ສປປ ລາວ ນັບ​ແຕ່​ປີ 1997 ​ເປັນຕົ້ນມາ​ເພື່ອ​ເຮັດ​ວຽກ​ຮ່ວມ​ກັບ​ປະຊາຊົນ​ໃນ​ຊຸມ​ຊົນ​ຢູ່ 2 ​ແຂວງ​ພາກ​ເໜືອ​ຂອງ​ລາວ​ຄື: ​ແຂວງ​ຜົ້ງສາລີ​ເລີ່​ມ​ແຕ່​ຕົ້ນປີ 2013 ຫາ​ທ້າຍ​ປີ 2018, ​ແຂວງ​ຊຽງ​ຂວາງ ​ແຕ່​ກາງ​ປີ 2014 ຫາ​ກາງ​ປີ 2019, ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນດ້ວຍ​ການ​ສ້າງ​ລາຍ​ຮັບ ​ແລະ ຄ້ຳປະກັນ​ສະບຽງ​ອາຫານ, ຫລຸດຜ່ອນ​ການ​ເກີດ​ພະຍາດ, ສົ່ງ​ເສີມ​ການ​ສຶກສາ ​ແລະ ຍົກ​ລະດັບ​ຄວາມ​ອາດ​ສາມາດ​ຂອງ​ອຳນາດ​ການ​ປົກຄອງ​ບ້ານ​ອີກ​ດ້ວຍ.



ທີ່ມາ: LAOPHATTHANANEWS

No comments

Theme images by compassandcamera. Powered by Blogger.