ລາວກຽມປະຕິບັດໂຄງການກະສິກໍາເພື່ອໂພຊະນາການ

ກອງປະຊຸມວິຊາການໂຄງການກະສິກຳເພື່ອໂພສະນາການໄດ້ສຳເລັດລົງໃນທ້າຍເດືອນກັນຍານີ້, ທີ່ ພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງພາຍຫຼັງທີ່ດຳເນີນມາແຕ່ວັນທີ 27 – 29 ກັນຍາ 2016 ໂດຍການເປັນປະທານຂອງ ທ່ານ ສະຫວັນ ຫານພົມ ຮອງຫົວໜ້າກົມແຜນການ ແລະການຮ່ວມມື, ທ່ານ ສົມຈັນ ວົງປັນຍາ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນກະຊວງກະສິກຳ ແລະ ປ່າໄມ້.

ກອງປະຊຸມຄັ້ງນີ້ໄດ້ສະເໜີບັນດາແນວທາງທີ່ສະໜັບສະໜູນໃຫ້ແກ່ຍຸດທະສາດຂອງລັດຖະ ບານ,ໂດຍສະເພາະແມ່ນ 4 ກິດຈະກໍາຫຼັກ ໃນ 22 ກິດຈະກໍາທີ່ໄດ້ກໍານົດໄວ້ໃນຍຸດທະສາດແຫ່ງຊາດດ້ານໂພຊະນາການ ເປັນຕົ້ນແມ່ນ: 1) ສົ່ງເສີມການຜະລິດພືດຜັກທີ່ມີໂພຊະນາການ, 2) ສົ່ງເສີມການລ້ຽງສັດເພື່ອບໍລິໂພກໃນຄົວເຮືອນ, 3) ການປຸງແຕ່ງ ແລະເກັບຮັກສາອາຫານ ໃຫ້ພຽງພໍຕະ ຫຼອດປີ ແລະ 4) ສົ່ງເສີມການສ້າງລາຍຮັບແກ່ແມ່ຍິງ. ເພື່ອປະກອບສ່ວນໃນການຫຼຸດຜ່ອນຄວາມ ທຸກຍາກ ແລະ ການຂາດສານອາຫານຂອງປະຊາຊົນຜູ້ທຸກຍາກໃນເຂດຊົນນະບົດ, ທັງເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ໂດຍການຜະລິດກະສິກໍາຫຼາຍຊະນິດ ເພື່ອຮັບປະກັນໃຫ້ມີອາຫານພຽງພໍ ແລະ ມີໂພຊະນາການ ຊື່ງມູນຄ່າການຈັດຕັ້ງໂຄງການແມ່ນ 38,8 ລ້ານໂດລາສະຫະລັດ, ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານບົດລາຍງານກ່ຽວກັບຄູ່ມືໃນການຈັດຕັ້ງປະຕິບັດໂຄງ ການ, ຄູ່ມືໃນການຄຸ້ມຄອງ, ລະບຽບການການນໍາໃຊ້ງົບປະມານຂອງໂຄງການນໍາອີກ.



ທີ່ມາ: laophatthananews

No comments

Theme images by compassandcamera. Powered by Blogger.