ປະກາດແຕ່ງຕັ້ງທ່ານ ທອງຜ່ານ ສະຫວັນເພັດ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ

ພິທີປະກາດແຕ່ງຕັ້ງທ່ານ ທອງຜ່ານ ສະຫວັນເພັດ ເປັນຮອງລັດຖະມົນຕີກະຊວງການຕ່າງ ປະເທດຕື່ມອີກຄົນໜຶ່ງ, ໄດ້ມີຂຶ້ນເມື່ອທ້າຍອາທິດຜ່ານມາ ທີ່ກະຊວງການຕ່າງປະເທດ, ໂດຍມີທ່ານ ສະ ເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພະນັກງານຫລັກແຫລ່ງອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ, ເພື່ອປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ກໍຄືຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການຕ່າງປະເທດຂອງພັກ ແລະ ລັດໃນໄລຍະໃໝ່ໃຫ້ມີປະສິດທິຜົນກວ່າເກົ່າ.

ໃນໂອກາດນີ້, ລັດຖະມົນຕີກະຊວງການຕ່າງປະເທດໄດ້ໂອ້ລົມຊີ້ນຳຕໍ່ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ໃຫ້ສືບຕໍ່ເພີ່ມທະວີກຳລັງແຮງ ແລະ ສຸມສະຕິປັນຍາເຂົ້າໃນການປະ ຕິບັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ ແລະ ເພີ່ມທະວີຄວາມສາມັກຄີພາຍໃນ, ຄວາມເປັນແບບຢ່າງນຳໜ້າໃນການຊີ້ນຳ-ນຳພາບົນຫລັກການເຮັດວຽກເປັນໝູ່ຄະນະ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ການຕ່າງປະເທດໃນໄລຍະໃໝ່, ດັ່ງມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກກຳນົດໄວ້. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ພະນັກງານຫລັກແຫລ່ງທຸກຂັ້ນຢູ່ພາຍໃນກະຊວງການຕ່າງປະເທດ ຈົ່ງເຊີດຊູຄວາມເປັນແບບຢ່າງໃນການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້, ໂດຍສະເພາະການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ໄດ້ຮັບຜົນສຳເລັດ.


ທີ່ມາ: laophatthananews

No comments

Theme images by compassandcamera. Powered by Blogger.