ເປີດ​ຕະ­ຫຼາດ​ສົດ ເມືອງ​ຫົງ​ສາ

ທ້າຍ​ເດືອນ​ມັງ­ກອນ 2016 ຜ່ານ​ມາ ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ຈັດ​ພິ­ທີ​ເປີດ​ການ​ນຳ​ໃຊ້​ຕະ­ຫຼາດ​ໃໝ່​ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ບໍ­ລິ­ການ​ຊື້-ຂາຍ
ແລະ​ຈຳ­ໜ່າຍ​ສິນ­ຄ້າ​ຕ່າງໆ ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຍັນ​ຍົງ ສີ​ປະ­ເສີດ ຮອງ​ເຈົ້າ­ແຂວງ​ໄຊ​ຍະ​ບູ​ລີ ທ່ານ ຄຳ​ເພັດ ພົມ​ມະ​ລາດ ເຈົ້າ­ເມືອງໆ​ຫົງ​ສາ, ບັນ­ດາ​ແຂກ​ຖືກ​ເຊີນ ແລະ​ຜູ້​ປະ ກອບ​ການ​ຕ່າງໆ​ເຂົ້າ​ຮ່ວມ.

ທ່ານ ດາວ​ເພັດ ສີ​ອັກ­ຂະ​ສອນ ຜູ້​ອຳນວຍ​ການ​ບໍ­ລິ­ສັດ​ດາວ​ເພັດ ກໍ່­ສ້າງ​ຈຳກັດ​ໄດ້​ລາຍ​ງານ​ຜົນ­ສຳ­ເລັດ​ໃນ​ການ​ກໍ່­ສ້າງຕະ­ຫຼາດ​ໃໝ່​ເມືອງ​ຫົງ​ສາ​ວ່າ: ການ​ໂຄງການ​ກໍ່­ສ້າງ​ຕະ­ຫຼາດ​ໃໝ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ແຕ່ ທ້າຍ​ປີ 2014 ແລະ​ສຳ­ເລັດ​ໃນ​ຕົ້ນ​ປີ 2016 ໃຊ້​ເວ­ລາ​ໃນ​ການ​ກໍ່­ສ້າງ​ທັງ​ໝົດ 13 ເດືອນ ຈິງ​ສຳ­ເລັດ​ຕາມ​ແຜນ­ການ​ທີ່ກຳ­ນົດ​ໄວ້ ຊຶ່ງ​ຕະ­ຫຼາດ​ໃໝ່​ນີ້​ມີ​ເນື້ອ­ທີ່​ທັງໝົດ 18 ພັນ­ຕາ​ແມັດ, ສ້າງ​ເປັນ​ອາ­ຄານໃຫຍ່ 6 ອາ­ຄານ, ແຕ່​ລະ​ອາ­ຄານ​ສ້າງດ້ວຍ​ເບ​ຕົງ​ເສີມ​ເຫຼັກ, ມຸງ​ດ້ວຍ​ສັງ­ກະ­ສີ, ມີ​ລະ­ບົບ​ໄຟ­ຟ້າ ແລະ​ນ້ຳ​ປະ­ປາ​ຄົບ​ຊຸດ, ປະ­ກອບ​ມີ​ຫ້ອງ​ຂາຍ­ເຄື່ອງ 63 ຫ້ອງ, ມີແຜງ​ຂາຍ­ເຄື່ອງ​ສົດ-ອາ­ຫານ 400 ແຜງ, ຫ້ອງ​ນ້ຳ 2 ຫຼັງປະ­ກອບ​ມີ 18 ຫ້ອງ ແລະ​ບ່ອນ​ຈອດ​ລົດ​ໃນ​ເນື້ອ­ທີ່ 6 ພັນ­ຕາ ແມັດ​ໂຄງ­ການ​ດັ່ງ­ກ່າວ​ເປັນ​ການ​ລົງທຶນ​ຂອງ​ບໍ­ລິ­ສັດ​ເອ­ກະ​ຊົນ​ພາຍ​ໃນ 100% ໂດຍ​ການ​ຮ່ວມ​ມືລະ­ຫວ່າງ​ບໍ​ລິສັດດາວ​ເພັດ ກໍ່­ສ້າງ​ຈຳ­ກັດກັບບໍ­ລິ­ສັດພະ­ລັງ­ງານ​ບົວ​ສະ­ຫວັນ​ສາ­ຂາ​ແຂວງໄຊ​ຍະ​ບູ​ລີ.

ຍ້ອນ​ເຫັນ​ໄດ້​ຄວາມ​ສຳ­ຄັນ ແລະ ຄວາມ​ຈຳ­ເປັນ​ໃນ​ການ​ບໍ­ລິ­ການ​ຊື້-ຂາຍຂອງ​ພໍ່​ແມ່​ປະ­ຊາ­ຊົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແຕ່​ສະ­ຖານ­ທີ່​ບ່ອນ​ເກົ່າ​ຄັບ­ແຄບ​ບ່ອນຈອດ​ລົດ​ບໍ່​ພຽງ­ພໍ ແລະ​ອີງ­ໃສ່​ແຜນ​ຍຸດທະ​ສາດ​ເມືອງ​ຫົງ​ສາ​ກໍ​ຄື​ແຂວງ​ໄຊ​ຍະບູ​ລີ ທີ່​ຈະ​ພັດ­ທະ­ນາ​ຕະ­ຫຼາດ​ບ່ອນ​ເກົ່າ​ໃຫ້ ເປັນ​ຕະ­ຫຼາດ​ທີ່​ສະ­ອາດ ແລະ​ທັນ​ສະ­ໄໝ ໃນ​ອະ­ນາ­ຄົດ, ໃນ​ພິ­ທີ ທ່ານ ຍັນ​ຍົງ ສີປະ­ເສີດ ຮອງ​ເຈົ້າ­ແຂວງ​ໄຊ​ຍະ​ບູ​ລີ​ພ້ອມດ້ວຍ​ອຳ­ນາດ​ການ​ປົກ­ຄອງ​ເມືອງ ແລະ ຜູ້​ເຂົ້າ​ຮ່ວມ​ໄດ້​ຕັດ​ແຖບ​ຜ້າ ເພື່ອ​ເປັນ​ສັນຍະລັກ​ໃຫ້​ແກ່​ການ​ເປີດ​ບໍ­ລິ­ການ​ຂອງ​ຕະຫຼາດ​ຫຼັງ​ໃໝ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະບູ​ລີ.

ທີ່ມາ: sedthakid

No comments

Theme images by compassandcamera. Powered by Blogger.