ສະເໜ່ຜ້າໄໝ ຮ້ານທີ່ຫຼາຍຄົນຕິດໃຈ

ຜ້າໄໝລາວ ເປັນຜ້າໄໝທີ່ມີເອກະລັກສະເພາະຕົວໂດດເດັ່ນ ສວຍງາມອ່ອນນຸ້ມ ແລະລະອຽດລຽບງ່າຍໃສ່ສະບາຍ ສະນັ້ນຈິ່ງ ບໍ່ແປກໃຈເລີຍວ່າເປັນຫຍັງລາຄາຂອງຜ້າໄໝລາວຈິ່ງມີລາຄາແພງແຕ່ເໝາະສົມກັບຄຸນນະພາບ ເໝືອນດັ່ງສິນຄ້າໃນຮ້ານສະເໜ່ ຜ້າໄໝທີ່ໃຜໄດ້ມາລອງແລ້ວຕ້ອງຕິດຕໍ່ໃຈໃນຄຸນນະພາບ ແລະລາຄາ.


ປ້າແສນພັນ ວາຣິນທະສັກ ເຈົ້າຂອງຮ້ານສະເໜ່ຜ້າໄໝທີ່ຕັ້ງຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນກ່າວໃຫ້ຮູ້ວ່າ: ກ່ອນຈະມາເປີດ ແລະໄດ້ຂາຍດີຢ່າງທີ່ເຫັນປະຈຸບັນນີ້ແຕ່ກ່ອນຕົນແມ່ນຂາຍເຄື່ອງແຫ້ງມາເປັນເວລາ 10 ກວ່າປີແລ້ວ ທີ່ຕະຫຼາດຂົວດິນແຕ່ພໍອາຍຸຫຼາຍຂຶ້ນເລື່ອງການໄປການມາຮູ້ສຶກວ່າມັນມີຄວາມຫຍຸ້ງຍາກເມື່ອເຫັນເປັນແນວນັ້ນກໍເລີຍມາຄິດວ່າຈະເຮັດທຸລະກິດທີ່ຮູ້ສຶກເບົາບາງລົງແດ່ຈຶ່ງໄດ້ມາລົມ ແລະຕົກລົງກັບລູກໆເລື່ອງຂາຍຜ້າໄໝລາວແທນເລີ່ມຂາຍທໍາອິດແມ່ນຂາຍຢູ່ເຮືອນ, ຂາຍທາງອອຍລາຍ, ຂາຍໃຫ້ ໝູ່ຄູ່ ແລະຍາດຕິພີ່ນ້ອງຕໍ່ມາກໍມີລູກຄ້າມາເອົາ ແລະເຫັນໄດ້ວ່າກິດຈະການເບິ່ງຄືວ່າໄດ້ຜົນຕອບຮັບຈາກລູກຄ້າດີ ຂຶ້ນທຸກໄລຍະ ແລະຈຶ່ງໄດ້ຂະຫຍາຍຮ້ານເປັນ 2 ສາຂາຄື: ສາຂາ1 ແມ່ນ ຕັ້ງຢູ່ບ້ານສີບຸນເຮືອງ, ຖະໜົນສີບຸນເຮືອງ ຕິດກັບຮ້ານຂາຍຢາຕົ້ນນ້ຳ ແລະສາຂາ 2 ແມ່ນຢູ່ບ້ານ ບຶງຂະຫຍອງ, ຖະໜົນຄູວຽງໃກ້ກັບໂຮງແຮມລັດສະໜີພລາຊາ, ທັງ 2 ສາຂານີ້ລວມແລ້ວແມ່ນເປີດມາ ໄດ້ປະມານ 4 ປີ, ສຳລັບສິນຄ້າພາຍໃນຮ້ານປະກອບມີ: ແພຕັດເສື້ອ, ສິ້ນ, ຜ້າບ່ຽງ, ແຂບເສື້ອ, ກາລະວັດໄໝມ້ອນຊຳເໜືອ ແລະໄໝມ້ອນແຂວງວຽງຈັນ ຊຶ່ງໄດ້ຮັບຄວາມນິຍົມຈາລູກຄ້າຫຼາຍປະເພດບໍ່ວ່າຈະເປັນພະນັກງານລາດຊະການ ແລະລູກຄ້າປະຈຳທີ່ມາອຸດໜູນ.

zzzpphhaammaaii
ນອກນັ້ນທາງຮ້ານຍັງສາມາດ ໃຫ້ຊື້ແບບຈ່າຍສົດ ຫຼື ຈ່າຍຜ່ອນ ກໍ່ໄດ້ໂດຍມີການຮັບອອກໄປແທກ ແລະຕັດເຄື່ອງທີ່ນອກສະຖານທີ່ ເຊັ່ນດຽວກັນຖ້າຫາກທ່ານໃດບໍ່ສະດວກຈະມາຮ້ານໃນລາຄາຕັດເຄື່ອງເລີ່ມຕົ້ນ 1,70-2 ແສນກີບ ສໍາລັບທ່ານຍິງ ແລະສໍາລັບທ່ານຊາຍແມ່ນ 2,30 ແສນກີບ.

zzzppphhaammaaii

ປ້າ ແສນພັນ ວາຣິນທະສັກ ຍັງໃຫ້ຮູ້ອີກຕື່ມວ່າ: ໃນມໍ່ໆນີ້ຍັງຈະຂະຫຍາຍສາຂາທີ 3 ນຳຕື່ມ ເພາະດຽວນີ້ກຳລັງຕິດຕໍ່ສຶກສາ ເຄື່ອງຈັກຢູ່ປະເທດໄທ, ຈີນ ແລະຫວຽດນາມເພື່ອນຳເອົາເຄື່ອງຈັກ ທີ່ທັນສະໄໝ ແລະດີທີ່ສຸດມາຜະລິດ.

າ ແສນພັນ ວາຣິນທະສັກ ຍັງໄດ້ຝາກເຖິງລູກຄ້າບໍ່ວ່າຈະເປັນ ທ່ານຍິງ ແລະຊາຍຢາກໃຫ້ຫັນມາ ສົ່ງເສີມຜະລິດຕະພັນຂອງລາວນຸ່ງເຄື່ອງແບບລາວເພື່ອເອກອ້າງ ວັດທະນະທໍາລາວໃຫ້ຊາວຕ່າງປະເທດຮູ້ເຫັນວ່າເຄື່ອງນຸ່ງແພໄໝລາວ ກໍມີດີບໍ່ແພ້ເຄື່ອງຊາດໃດໃນໂລກ ນອກນີ້ທາງຮ້ານກໍຍັງຕ້ອງການ ນັກງານສີມືດີຈຳນວນໜຶ່ງຖ້າຫາກໃຜສົນໃຈກໍສາມາດຕິດຕໍ່ສອບຖາມໄດ້ທີ່ເບີ 020 22221772 ແລະ020 9996 2377 Email: phoutthabandith @gmail.com.

ພິເສດແຕ່ຖ້າຫາກລູກຄ້າ ທ່ານໃດມາໃຊ້ບໍລິການຖ້າບອກວ່າຮູ້ມາແຕ່ໜັງສືພິມເສດຖະກິດ-ສັງຄົມທາງຮ້ານສະເໜ່ຜ້າໄໝຈະຫຼຸດໃຫ້ເປັນພິເສດ 30 ພັນກີບ ສະນັ້ນຈຶ່ງບໍ່ແປກໃຈໄດ້ ເລີຍວ່າເປັນຫຍັງຮ້ານສະເໜ່ຜ້າໄໝຈຶ່ງມີທັງລູກຄ້າປະຈຳ ແລະມີລູກຄ້າໃໝ່ຕະຫຼອດໄລຍະເວລາ 4 ປີທີ່ຜ່ານມາ ທັງພາຍໃນ ແລະຕ່າງແຂວງຕ່າງກໍໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ວຍດີຕະຫຼອດມາ.

ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.