ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ12 ຕຸລາ2016, ເຈົ້າໜ້າທີ່ ໜ່ວຍງານ ປ້ອງກັນ ພົນລະເຮືອນ ຂອງເມັກຊິກ ສັ່ງອົບພະຍົບ ປະຊາຊົນ ຫລາຍຮ້ອຍຄົນ ອອກຈາກ ພື້ນທີ່ ໃກ້ພູໄຟ ໂຄລິມາ ລະເບີດ ຮຸນແຮງ ມີຄວາມສູງ ເຖິງ3.820 ແມັດ ຕັ້ງຢູ່ຫ່າງ ຈາກ ນະຄອນຫລວງ ເມັກຊິກໂກ ໄປທາງພາກ ຕາເວັນຕົກ ປະມານ 690 ກິໂລແມັດ ຍັງເກີດລະເບີດ ຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ ຂີ້ເທົ່າໄຟ ແລະ ກຸ່ມຄວັນໄຟ ປີວຂຶ້ນສູ່ ອາກາດ ສູງເຖິງ 2 ກິໂລແມັດ. ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງເຝົ້າລະວັງ ຢ່າງໃກ້ຊິດ ເພື່ອປ້ອງກັນ ຄວາມອັນຕະລາຍ ທີ່ອາດ ເກີດຂຶ້ນ ໃນເຂດ ທີ່ໃກ້ຄຽງ.
ທີ່ມາ: KPL
No comments