ລາວຈັດກອງປະຊຸມອາຊຽນຈໍາລອງໃຫ້ນັກສຶກສາໄດ້ຮຽນຮູ້
ນັກສຶກສາຈາກ 10 ປະເທດອາຊຽນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຫລາຍກວ່າຮ້ອຍຄົນ, ໄດ້ເຂົ້າຮ່ວມກອງປະຊຸມອາຊຽນແບບຈຳລອງຄັ້ງທີ 2 ເພື່ອຮຽນຮູ້ກົນໄກ, ລະບຽບການຂອງອາ ຊຽນຕາມແຜນແມ່ບົດ 2025 ຂອງເສົາຄ້ຳວັດທະນະທຳ-ສັງຄົມ, ແນ່ໃສ່ສ້າງໃຫ້ຊາວໜຸ່ມ ກໍຄືນັກສຶກສາພາຍໃນອາຊຽນໄດ້ເຂົ້າໃຈກ່ຽວກັບກົນໄກ ແລະ ວິໄສທັດອາຊຽນຢ່າງເລິກເຊິ່ງຂຶ້ນຕື່ມເພື່ອກາຍເປັນຮຸ່ນສືບທອດໃນອະນາຄົດ.
ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວວ່າ: ກອງປະຊຸມນີ້ເປັນໜຶ່ງໃນກິດຈະກຳກອງປະຊຸມຍ່ອຍ ແລະ ສືບຕໍ່ຈາກກອງປະຊຸມຈຳລອງຄັ້ງທຳອິດທີ່ຈັດຂຶ້ນເມື່ອວັນທີ 25-30 ພະຈິກ 2015 ຜ່ານມາທີ່ປະເທດມາເລເຊຍ, ເປັນໂຄງການລິເລີ່ມຂອງມູນນິທິອາຊຽນ (ASEAN Foundation) ເພື່ອຍົກສູງຄວາມສາມາດໃນການເຂົ້າເຖິງຊາວໜຸ່ມພາຍໃນອາຊຽນໂດຍສະເພາະເປີດໂອກາດໃຫ້ຊາວໜຸ່ມໄດ້ຮຽນຮູ້ ແລະ ເຂົ້າໃຈຫລັກການຕ່າງໆຂອງອາຊຽນຫລາຍຂຶ້ນໂດຍຜ່ານການເຮັດຈຳລອງ, ສວມບົດບາດເປັນຄະນະຜູ້ແທນ, ເຈົ້າໜ້າທີ່ອາວຸໂສ, ລັດຖະ ມົນຕີ ແລະ ຫົວໜ້າລັດຖະບານ, ປະມຸກລັດໃນການສະແດງຄວາມເຫັນຕ່າງໆ, ໂດຍມີນັກສຶກສາຈາກມະຫາວິທະຍາໄລຂອງ 10 ປະເທດອາຊຽນເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວຈັດຂຶ້ນແຕ່ວັນທີ 4-8 ຕຸລານີ້ທີ່ນະຄອນຫລວງວຽງຈັນ.
ທີ່ມາ: LAOPHATTHANANEWS

No comments