ັ້Acer ເປີດຕົວໜ້າຈໍໂຄ້ງເກມມິງ ຮຸ່ນໃໝ່ມາພ້ອມລະບົບ Tobii Eye-Tracking
ໃນໄລຍະເວລາກະແສທີ່ ຍອດນິຍົມໜ້າຈໍໂຄ້ງ ຈາກຫຼາຍໆ ບໍລິສັດພັດທະນາຈໍໂຄ້ງຂອງຕົວ ເອງເຂົ້າສູ່ຕະຫຼາດ ຊຶ່ງທາງ Acer ໄດ້ສ້າງຄວາມແຕກຕ່າງຈາກຄ່າຍອື່ນໆ
ດ້ວຍການສ້າງຈໍໂຄ້ງແບບເກມມິງ ແລະຍັງຕິດຕັ້ງລະ ບົບTobii Eye-Tracking ທີ່ສາ ມາດຄອບຄຸມການທຳງານດ້ວຍ ສາຍຕາລົງໄປໃນຈໍຮຸ່ນໃໝ່ນີ້ອີກ.

Acer Predator Z271T ເປັນໜ້າຈໍໂຄ້ງຂະໜາດ 27 ນິ້ວ ຄວາມລະອຽດ 1920 x 1080 Full HD ມີ refresh rate 144Hz ສ່ວນຖ້າໃຜມັກ refresh rate 240Hz ກໍ່ຈະມີມາໃນໜ້າ ຈໍຂະໜາດ 24.5 ນິ້ວ ຮຸ່ນ XB25 1HQT ແລະຮຸ່ນ XB271HUT ສຳລັບຄວາມລະອຽດສູງ 2560 x 1440 ຂະໜາດຈໍ 27 ນິ້ວ ຊຶ່ງຈໍ ທຸກຮຸ່ນມາພ້ອມລະບົບ Nvidia G-Sync ໝົດຫ່ວງເລື່ອງ ອາການພາບຂາດໃນຂະນະຫຼິ້ນເກມ ແຕ່ປະເດັນຫຼັກໆ ຄືລະບົບ Tobii Eye-Tracking ຫຼາຍໆຄົນອາດຈະສົງໃສວ່າມັນແມ່ນຫຍັງ.
Tobii Eye-Tracking ຄືລະ ບົບການກວດສອບເຄື່ອນໄຫວ ຂອງດວງຕາໂດຍຈະໃຊ້ດວງຕາ ຄວບຄຸມການທຳງານເທິງໜ້າຈໍ ມໍນິເຕີ ອີກທັງຍັງສາມາດໃຊ້ຫຼິ້ນ ເກມທີ່ຮອງຮັບລະບົບນີ້ໄດ້ອີກ ພຽງແຕ່ໃນເວລານີ້ຍັງມີເກມທີ່ ຮອງ ຮັບພຽງບໍ່ເທົ່າໃດເກມເທົ່ານັ້ນເຊັ່ນເກມ Mankind Divided, Assassin’s Creed games, ແລະ The Division ຈາກຫຼາຍໆ ຣີວິວທີ່ມີການທົດສອບການຫຼິ້ນ ເກມດ້ວຍລະບົບ Eye-Tracking ເບິ່ງໆ ໄປແລ້ວຄ່ອນຂ້າງຈະຫຍຸ້ງຍາກ.

ຊຶ່ງລະບົບ Tobii Eye-Trac king ຍັງເປັນເຕັກໂນໂລຊີຄ່ອນ ຂ້າງໃໝ່ທີ່ຍັງຫາປະໂຫຍດໃນ ການໃຊ້ງານແທ້ຈິງຍັງບໍ່ໄດ້ ແຕ່ໃນອະນາຄົດອາດມີຟັງເຊິນການ ທຳງານໃໝ່ໆທີ່ຮອງຮັບລະບົບນີ້ ຕາມອອກມາອີກຫຼາຍແບບແນ່ນອນ ສ່ວນໃຜທີ່ຢາກຈະຊື້ມາໄວ້ຫຼິ້ນກໍ່ສາມາດ ສັ່ງຊື້ໄດ້ເລີຍຢູ່ຮ້ານ ຄ້າ ຫຼື ຕົວແທນຈຳໜ່າຍທົ່ວໆໄປ.
ທີ່ມາ: SEDTHAKID

No comments