ກະຊວງສຶກສາທິການ ແລະ ກິລາ ຈັດງານສອງຫລອງ ວັນຄູແຫ່ງຊາດ ຄົບຮອບ 22 ປີ

ໃນວັນທີ 7 ຕຸລາ ນີ້ ທີ່ຫໍວັດທະນະທຳແຫ່ງຊາດ ກະຊວງສຶກສາທິການ ແລະ ກິລາ ຈັດ ງານສະເຫລີມສະຫລອງ ວັນຄູແຫ່ງຊາດ(7ຕຸລາ) ຄົບຮອບ 22 ປີ ເພື່ອສະແດງເຖິງ ຄວາມກະຕັນຍູຮູ້ ບຸນຄຸນ ຕໍ່ຄູອາຈານ ຜູ້ທີ່ສິດສອນໃຫ້ຄວາມຮູ້ ຄູຈຶ່ງໄດ້ຂະໜານນາມວ່າ ເປັນພໍ່ແມ່ຄົນທີສອງ, ເປັນວິສະວະກອນ ແຫ່ງດວງວິນຍານ, ເປັນແມ່ພິມຂອງຊາດ. ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ບັນດາລັດຖະມົນຕີ ກະຊວງອ້ອມຂ້າງ, ຄູ-ອາຈານທົ່ວປະເທດເຂົ້າຮ່ວມຢ່າງຟົດຟື້ນ.

ທ່ານນາງ ແສງເດືອນ ຫລ້າຈັນທະບູນ ໄດ້ລາຍງານສະພາບ ການພັດທະນາ ການສຶກສາ ແລະ ກິລາ ໃນໄລຍະຜ່ານມາ ແລະ ທິດທາງແຜນການ ໃນຕໍ່ໜ້າໂດຍຫຍໍ້ວ່າ: ວຽກງານການສຶກສາ ມີຜົນສຳເລັດຫລາຍດ້ານ ນັບທັງດ້ານປະລິມານ ແລະ ຄຸນນະພາບ ອັນພົ້ນເດັ່ນແມ່ນ ລະບົບການສຶກສາແຫ່ງຊາດ ເປັນລະບົບອັນໜຶ່ງອັນດຽວກັນ ແລະ ເປັນເອກະພາບ ທົ່ວປະເທດ ທັງການສຶກສາ ພາກລັດ ແລະ ເອກະຊົນ ໄດ້ປັບປຸງ ແລະ ຂະຫຍາຍຕາໜ່າງ ການສຶກສາ ແລະ ກິລາຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ພົນລະເມືອງລາວເຂົ້າເຖິງ ແລະ ເຂົ້າຮ່ວມກິດຈະກຳ ການສຶກສາ ແລະ ກິລາຫລາຍຂຶ້ນ. ພ້ອມກັນນັ້ນ, ຍັງໄດ້ເພີ່ມປີຮຽນ ຂອງສາຍສາມັນສຶກສາ ຈາກ 11 ປີຮຽນ ເປັນ 12 ປີຮຽນ ແລະ ໄດ້ປັບປຸງຫລັກສູດ ການຮຽນ-ການສອນ, ປັບປຸງວິທີການສິດສອນ, ປັບປຸງໂຄງລ່າງການສຶກສາ ແລະ ກິລາ ໄດ້ດີພໍສົມຄວນ. ການບັນລຸເປົ້າໝາຍ ສະຫັດສະວັດ ດ້ານການພັດທະນາ (MDGs) ໂດຍລວມທົ່ວປະເທດ ມີບາງເປົ້າໝາຍໄດ້ບັນລຸ ແລະ ລື່ນຄາດໝາຍ ເຊັ່ນ: ອັດຕາເຂົ້າຮຽນ ຂອງເດັກອາຍຸ 3-5 ປີ ບັນລຸໄດ້ 49% ລື່ນຄາດໝາຍ 10% (ຄາດໝາຍ 39%), ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ບັນລຸໄດ້ 98.5% ລື່ນຄາດໝາຍ 0.5% (ຄາດໝາຍ 98%), ອັດຕາການເຂົ້າຮຽນ ຊັ້ນມັດທະຍົມຕອນຕົ້ນ ບັນລຸ 82.2% ລື່ນຄາດໝາຍ 7.2% (ຄາດໝາຍ 75%), ອັດຕາການເຂົ້າຮຽນລວມ ຊັ້ນມັດທະຍົມຕອນປາຍ ບັນລຸ 47.8% ລື່ນຄາດ ໝາຍ 4.8%(ຄາດໝາຍ 43%) ສຳລັບການສຶກສາ ນອກໂຮງຮຽນ ພວກເຮົາສາມາດປະກາດ ຈົບຊັ້ນປະຖົມບຳລຸງ ທົ່ວປະເທດ ເຊິ່ງປັດຈຸບັນ ມີ 81 ເມືອງ, 2 ແຂວງ(ແຂວງໄຊຍະບູລີ ແລະ ແຂວງຊຽງຂວາງ) ແລະ ນະຄອນຫລວງວຽງຈັນ ໄດ້ປະກາດຈົບຊັ້ນ ມັດທະຍົມສຶກສາ ຕອນຕົ້ນບຳລຸງແລ້ວ.

ໃນໂອກາດດຽວກັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ວັນຄູແຫ່ງຊາດ ທີ 7 ຕຸລາ ແມ່ນເປັນວັນທີມີ ຄວາມໝາຍຄວາມສຳຄັນ ເຊິ່ງຄູເປັນໃຈກາງ ໃນການບັນລຸເປົ້າໝາຍ ການເຂົ້າເຖິງການສຶກສາ ທີ່ມີຄຸນນະພາບ ແລະ ສະເໝີພາບ, ຄູປຽບເໝືອນວິສະວະກອນ ແຫ່ງດວງວິນຍານ, ຄູແມ່ນແຫ່ງກຳເນີດຄວາມຮູ້ ຂອງທຸກຄົນໃນຊາດ, ຄູເປັນຜູ້ສົ່ງຄວາມຮູ້ ໃຫ້ແກ່ປວງຊົນທັງຊາດ, ຄູແມ່ນແວ່ນແຍ່ງຂອງນັກຮຽນ ແລະ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ ຄູ-ອາຈານ ທົ່ວປະເທດ ຈົ່ງຕັ້ງໜ້າປະຕິບັດ ໜ້າທີ່ອັນມີກຽດນີ້ ແລະ ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບອອກມາ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ສີວິໄລ.

No comments

Theme images by compassandcamera. Powered by Blogger.