ລາວກຽມສະເຫຼີມສະຫຼອງວັນອາຫານໂລກ ແລະ ສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກປະຈຳປີ 2016
ກະຊວງກະສິກຳ ແລະ ປ່າໄມ້, ໄດ້ເປີດເຜີບໃຫ້ຮູ້ໃນວັນທີ 10 ຕຸລານີ້ວ່າ: ລາວກຽມສະເຫຼີມ ສະຫຼອງວັນອາຫານໂລກ 16 ຕຸລາຄົບຮອບ 36 ປີ ( 16 ຕຸລາ 1980 – 16 ຕຸລາ 2016 ) ແລະ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລັບລ້າງຄວາມທຸກຍາກ 17 – 24 ຕຸລາ ຄົບຮອບ 23 ປີ ( 17-24 ຕຸລາ 1993 – 17 – 24 ຕຸລາ 2016 ) ຂຶ້ນທີ່ນະຄອນຫຼວງວຽງຈັນໂດຍລັດຖະມົນຕີກະຊວງດັ່ງກ່າວໃຫ້ຮູ້ວ່າ: ໂດຍອີງຕາມຄຳສັ່ງ ແນະນຳຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການສ້າງຂະບວນການສະເຫຼີມສະຫຼອງສອງວັນປະຫວັດສາດສຳຄັນດັ່ງກ່າວ, ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ຄວາມທຸກຍາກ ແລະ ໄພອຶດຫິວໄດ້ກາຍເປັນບັນຫາໃຫຍ່ຂອງໂລກມາເປັນເວລາຫຼາຍສັດຕະວັດແລ້ວ, ຊຶ່ງເນື່ອງຈາກໄພພິບັດທາງທຳມະຊາດ, ການປ່ຽນແປງຂອງສະພາບດິນຟ້າ
ອາກາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ສົງຄາມ, ຕະຫຼອດຮອດວິກິດການທາງສັງຄົມ ແລະ ອື່ນໆ, ຊຶ່ງປາກົດການດັ່ງກ່າວສົ່ງຜົນໃຫ້ຄວາມທຸກຍາກ ແລະ ໄພອຶດຫິວຍິ່ງເພີ່ມ ທະວີຫຼາຍຂຶ້ນ, ດັ່ງນັ້ນນັບແຕ່ປີ 1980 ເປັນຕົ້ນມາອົງການອາຫານ ແລະ ການກະເສດສະຫະປະຊາຊາດຈຶ່ງໄດ້ກຳນົດເອົາວັນທີ 16 ຕຸລາຂອງທຸກໆປີເປັນວັນອາຫານໂລກ, ຕໍ່ມາກໍໄດ້ກຳນົດເອົາວັນທີ 17 ຕຸລາຂອງທຸກໆເປັນວັນສາກົນພື່ອລຶບລ້າງຄວາມທຸກຍາກເລີ່ມແຕ່ປີ 1993 ແລະ ມາຮອດປີ 2003 ລັດເຖະບານລາວໄດ້ກຳນົດເອົາວັນທີ 17 – 24 ຕຸລາເປັນວັນສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ, ການກຽມສະເຫຼີມສະຫຼອງວັນປະຫວັດສາດສຳຄັນດັ່ງກ່າວໃຫ້ມີຄວາມໝາຍເພື່ອແນ່ໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊາດໃນໂລກໄດ້ເຂົ້າໃຈຄວາມທຸກຍາກ ແລະ ໄພອຶດຫິວ, ຊຶ່ງມັນບໍ່ແມ່ນບາບກຳທີ່ເທວະດາຟ້າແຖນປັ້ນແຕ່ງໃຫ້, ແຕ່ມັນແມ່ນປະກົດການໜຶ່ງໃນສັງຄົມທີ່ສາມາດລຶບລ້າງໃຫ້ໝົດໄປໄດ້ ແລະ ສຳລັບການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຂອງປະເທດເຮົາປີນີ້ແມ່ນຈະຈັດຂຶ້ນໃນວັນທີ 15 ຕຸລານີ້, ຢູ່ທີ່ແຂວງໄຊຍະບູລີ, ພາຍໃຕ້ຄຳຂວັນ ” ການຜະລິດສະບຽງອາຫານ ແລະ ກະສິກຳຕ້ອງປັບຕົວໄປຕາມການປ່ຽນແປງຂອງດິນຟ້າອາກາດ ແລະ ລຶບລ້າງຄວາມທຸກຍາກທຸກຮູບແບບໃນໂລກໂດຍສົ່ງເສີມການມີສ່ວນຮ່ວມຂອງໝົດທຸກຄົນ.”.
ໃນໂອກາດນີ້ທ່ານລັດຖະມົນຕີກະຊວງກະສິກ ແລະ ປ່າໄມ້ຳຍັງໄດ້ຮຽກຮ້ອງໃຫ້ທົ່ວພັກ-ລັດ ,ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ອົງການຈັດຕັ້ງເສດຖະກິດ-ສັງຄົມຕ່າງໆສ້າງຂະບວນການເພື່ອເປັນການສະແດງພະລັງແຮງແຫ່ງຊາດສະໜັບສະໜູນຂະບວນການຕໍ່ສູ້ກັບຄວາມທຸກຍາກ ແລະ ຕ້ານໄພອືດຫິວໃຫ້ກ້ວາງຂວາງດ້ວຍການປຸກລະດົມສົ່ງເສີມໃຫ້ມີການເຄື່ອນໄຫວກິດຈະກຳຕ່າງໆເປັນຂະບວນຕໍ່ເນື່ອງເຊັ່ນ: ການໂຮມຊຸມນຸມ, ຈັດຕັ້ງການປະຖະຄາຖາ, ສຳມະນາ, ຈັດງານກິລາ, ວັນນະຄະດີມວນຊົນ, ການວາງສະແດງ, ການອອກແຮງງານລວມ ແລະ ກິດຈະກຳອື່ນໆທີ່ເຫັນວ່າເໝາະສົມດ້ວຍຈິດໃຈປະຢັດມັດທະຍັດ, ຖືເອົາເນື້ອໃນເປັນຕົ້ນຕໍ່, ຮູບການເປັນສຳຄັນ, ພ້ອມທັງມີສະຕິລະວັງຕົວສູງ, ຮັບປະກັນໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ.

No comments