ເຮືອຊ່ວງເພດຍິງ ບ້ານແສນດິນ ແລະ ເພດຊາຍ ທະນາຄານຮ່ວມພັດທະນາ ເປັນແຊ໊ມໃນງານຊ່ວງເຮືອປະຈຳປີ2016
ຜົນການແຂ່ງຂັນປາກົດວ່າ: ເຮືອປະເພນີຍິງ ຊະນະເລີດ ໄດ້ແກ່ບ້ານແສນດິນ ພ້ອມຮັບຂັນເງິນໜັກ 1 ກິໂລ ພ້ອມເງິນລາງວັນ 25 ລ້ານກີບ ແລະ ຂັນໝູນວຽນ. ລາງວັນທີ 2 ແມ່ນເຮືອບໍລິສັດລາວ ໂຕໂຍຕ້າ ບໍລິການຈຳກັດ ໄດ້ຮັບຂັນເງິນ 0,75 ກິໂລ ພ້ອມເງິນລາງວັນ 17 ລ້ານກີບ ແລະ ລາງວັນທີ 3 ເມືອງຈັນທະບູລີ ໄດ້ຮັບຂັນເງິນ 0,5 ກິໂລ ພ້ອມເງິນລາງວັນ 15 ລ້ານກີບ. ສ່ວນເຮືອປະເພນີຊາຍ, ຊະນະເລີດ ໄດ້ແກ່ທະນາຄານຮ່ວມພັດທະນາ ໄດ້ຮັບຂັນໜັກ 1 ກິໂລ ພ້ອມເງິນລາງວັນ 25 ລ້ານກີບ ແລະ ຂັນໝູນວຽນ. ລາງວັນທີ 2 ແມ່ນບໍລິສັດລາວ ໂຕໂຍຕ້າ ບໍລິການຈຳກັດ ໄດ້ຮັບຂັນເງິນ 0,75 ກິໂລ ພ້ອມເງິນລາງວັນ 17 ລ້ານກີບ ແລະ ລາງວັນ ທີ 3 ແມ່ນເຮືອຫລວງພະບາງ ໄດ້ຮັບຂັນເງິນ 0,5 ກິໂລ ພ້ອມເງິນລາງວັນ 15 ລ້ານກີບ, ເຮືອສູດຊາຍ ຊະນະເລີດ ໄດ້ແກ່ເຮືອນາວາສັກສິດ ໄດ້ຮັບຂັນເງິນ 1 ກິໂລ ພ້ອມເງິນລາງວັນ 20 ລ້ານກີບ ແລະ ຂັນໝູນວຽນ. ລາງວັນທີ 2 ໄດ້ແກ່ເຮືອພອນພຮະແກ້ວ ໄດ້ຮັບຂັນເງິນ 0,75 ກິໂລ ພ້ອມເງິນລາງ ວັນ 15 ລ້ານກີບ ແລະ ທີ 3 ໄດ້ແກ່ເຮືອເທບທິດາສ້ອຍຟ້າ ໄດ້ຮັບຂັນ 0,5 ກິໂລ ພ້ອມເງິນລາງ ວັນ 10 ລ້ານກີບ.
ປີຜ່ານມາ, ເຮືອປະເພນີຍິງ, ຊະນະເລີດແມ່ນບ້ານຫາດສ້ຽວ, ທີ 2 ພະແນກສຶກສາ ແລະ ກິ ລານະຄອນຫລວງວຽງຈັນ, ທີ 3 ນ້ອຍອິດທິລິດ. ເຮືອປະເພນີຊາຍ, ຊະນະເລີດແມ່ນ ເຮືອຫລວງພະບາງ, ທີ 2 ເຮືອບ້ານທ່າແຂກ, ທີ 3 ເຮືອນ້ອຍອິດທິລິດ. ເຮືອສູດຊາຍ ຊະນະເລີດ ແມ່ນບ້ານຈອມແຈ້ງ, ທີ 2 ບ້ານຖີ່ນເພຍ ແລະ ທີ 3 ແມ່ນບ້ານສີຖານໃຕ້ .
ທີ່ມາ: LAOPHATTHANANEWS
No comments