ລົດຕູ້ຕຳກັບລົດຈັກ ເຈັບ 1 ຄົນ ທີ່ ດົງປາແຫຼບ 16/10/16
ນະຄອນຫຼວງວຽງຈັນ: ລາຍງານຈາກໜ່ວຍກູ້ໄພ ມູນນິທິຈີນໃຫ້ຮູ້ວ່າ ຕອນບ່າຍວັນທີ 16/10/2016 ເກີດເຫດ ລົດຈັກ ທະບຽນ ກຳແພງນະຄອນ ກຍ 1058 ຕຳກັບ ລົດຕູ້ ທະບຽນ ກຳແພງນະຄອນ ກຈ 8978 ໜ້າໂຮງງານຕັດຫຍິບ ບ້ານດົງປາແຫຼບ ເມືອງຈັນທະບູລີ ແຂວງນະຄອນຫຼວງ.

ເມື່ອໜ່ວຍກູ້ໄພພວກເຮົາຮອດຈຸດເກີດພົບເຫັນຜູ້ບາດເຈັບ 1 ຄົນເປັນເພດຊາຍອາການເບື້ອງຕົ້ນແມ່ນມີບາດເປີດຢູ່ທີ່ຫົວ ແລະບາດຈີກຢູ່ຕີນເບື້ອງຂວາ ມີບາດທະລອກຕາມຕົນໂຕພວກເຮົາໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໜໍມິດຕະພາບ 150 ຕຽງ.

ໄລຍະບຸນອອກພັນສາ ອຸບັດຕິເຫດ ເກີດຂຶ້ນຫຼາຍ, ດັ່ງນັ້ນໃຫ້ທຸກຄົນມີສະຕິລະວັງຕົວ. ເວລາເມົາຫ້າມຂັບຂີ່ລົດເດັດຂາດ.
ພາບແລະຂ່າວ: ໜ່ວຍກູ້ໄພ ມູນນິທິຈີນ

ທີ່ມາ: THOLAKHONG

No comments