ລາວ ໄດ້ຮັບລາງວັນດີເດັ່ນຈາກນະຄອນໂຮ່ຈີມິນ

ງານ​ວາງສະແດງ​ທ່ອງ​ທ່ຽວສາກົນ ​ຄັ້ງ​ທີ 12 ປະຈຳ​ປີ 2016 ໄດ້​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 7-10 ກັນຍາ 2016 ທີ່​ນະຄອນ​ໂຮ່​ຈີ​ມິງ ​ສສ ຫວຽດນາມ ເປັນ​ປະທານຮ່ວມ​ຂອງ​ທ່ານ ຫງວຽນ ງ໋ອກ ຕ໋ຽນ ລັດຖະມົນຕີ​ກະຊວງ​ວັດ​ທະນະ​ທຳ ກີລາ ແລະ ທ່ອງ​ທ່ຽວ ​ສສ ຫວຽດນາມ ແລະ ທ່ານ ເຈິນ ວິງ​ຕຽນ ຮອງ​ປະທານ​ຄະນະ​ກຳມະການປະຊາຊົນ ນະຄອນ​ໂຮ່​ຈີ​ມິງ ມີ​ບັນດາ​ປະເທດອາ​ຊຽນ ແລະ ເອີ​ຣົບ ​ຈຳນວນ 20 ກວ່າ​ປະເທດ​ເຂົ້າ​ຮ່ວມ.

ການ​ຈັດ​ງານ​ຄັ້ງ​ນີ້​ ເປັນ​ການສົ່ງເສີມ​ຈາກ​ພາກ​ລັດ​ຕໍ່​ທຸລະ​ກິດການທ່ອງທ່ຽວ ເປັນຕົ້ນແມ່ນ​ກະຊວງ​ວັດທະນະທຳ ກີລາ ແລະ ການທ່ອງທ່ຽວ​ຂອງ ​ສສ ຫວຽດນາມ ຮ່ວມ​ກັບ​ຄະນະ​ກຳມະການນະຄອນ​ໂຮ່​ຈີ​ມິງ ແລະ ກະຊວງທີ່​ກ່ຽວຂ້ອງ​ຂອງ 4 ປະເທດຄື: ລາວ ໄທ ກຳປູເຈຍ ແລະ ມຽນມາ ໄດ້​ຮ່ວມ​ກັນ​ຈັດ​ກິດຈະກຳ​ໃນທຸກໆ​ປີ ແນໃສ່​ສົ່ງເສີມ​ການ​ທ່ອງທ່ຽວ​ຂອງ​ບັນດາ​ປະເທດ​ໃນ​ອະນຸພາກ​ພື້ນ​ລຸ່ມ​ແມ່ນ້ຳ​ ຂອງ ແລະ ສົ່ງເສີມ​ດ້ານ​ການ​ຕະຫຼາດ ການທ່ອງ​ທ່ຽວ​ຂອງ​ບັນດາ​ປະເທດ​ອາຊຽນ ແລະ ເອີ​ຣົບ ພ້ອມ​ນັ້ນ ອົງການທ່ອງທ່ຽວ​ແຫ່ງ​ຊາດຫວຽດນາມ ​ຮ່ວມ​ກັບ​ພະ​ແນກ​ທ່ອງ​ທ່ຽວນະຄອນ​ໂຮ່​ຈີ​ມິງ ຍັງ​ໄດ້​ຈັດ​ງານ VINEXAD ເຊິ່ງ​ມີ​ກິດຈະກຳມອບ​ລາງວັນ​ດີເດັ່ນ ປະຈຳ​ປີ 2016 ໃຫ້​ກັບ​ບັນດາ​ອົງການຕ່າງໆ ລວມ​ທັງ​ໝົດ 8 ລາງວັນ ເພີ່ມ​ຈາກ​ປີຜ່ານມາ 3 ລາງວັນ ແລະ ​ສປປ ລາວ​ ໄດ້​ຮັບ 7 ລາງວັນຄື: ການ​ບໍ​ລິ​ການທ່ອງທ່ຽວສົ່ງ​ອອກ​ປະຈຳ​ປີ​ດີເດັ່ນ ການ​ສົ່ງເສີມ​ການທ່ອງທ່ຽວ​ນຳ​ເຂົ້າ​ດີເດັ່ນ ສາຍ​ການບິນ​ດີເດັ່ນ​ປະຈຳ​ປີ ຣີສອດ​ດີເດັ່ນ ການ​ໂຄສະນາ​ເວັບໄຊ ການທ່ອງທ່ຽວ​ດີເດັ່ນ ການໂຄສະນາ​ສົ່ງເສີມ​ການທ່ອງທ່ຽວດີເດັ່ນ ແລະ ງານ​ບຸນ​ປະເພນີ​ດີເດັ່ນ​ປະຈຳ​ປີ ໃນ​ນີ້ ນະຄອນຫຼວງວຽງ​ຈັນ​ ໄດ້​ລາງວັນ​ງານ​ບຸນ​ປະ​ເພນີ​ດີເດັ່ນ​ຈາກ​ການ​ຈັດ​ງານ​ບຸນ​ປະເພນີ​ບຸນທາດຫຼວງ ໂດຍ​ຕາງໜ້າຮັບ​ລາງວັນ​ຂອງ​ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ຕາມ​ການ​ມອບ​ໝາຍ​ຂອງ​ທ່ານເຈົ້າ​ຄອງ ນວ ນອກ​ນັ້ນຍັງ​ມີກອງ​ປະຊຸມ​ແອັກ​ແມັກ ​ທີ່​ຈັດ​ຂຶ້ນເພື່ອ​ເປັນ​ການ​ຮ່ວມ​ມື​ດ້ານ​ເສດຖະ​ກິດ​ລະຫວ່າງ​ບັນດາ​ປະເທດ ທີ່ຢູ່​ລຽບ​ຕາມ​ແມ່ນ້ຳ​ເອ​ລາ​ວະ​ດີ ແມ່ນ້ຳ​ຂອງ ແລະ ແມ່ນ້ຳ​ເຈົ້າພະຍາ ເຊິ່ງ​ມີ 5 ນະຄອນ ແລະ ຂົງເຂດ​ປະເທດ​ໃກ້​ຄຽງ​ຂອງ​ຈີນ ເຂົ້າ​ຮ່ວມປະມານ 8 ນະຄອນ ຕື່ມ​ອີກ.
ທີ່ມາ: www.news.com.la

No comments

Theme images by compassandcamera. Powered by Blogger.