ຮອງປະທານປະເທດ ຕ້ອນຮັບທູດອາເມຣິກາ ເຂົ້າຢ້ຽມອຳລາ

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ ຕ້ອນຮັບ ທ່ານ ດາເນວ ເອ ຄລູນ (Daniel Clune) ເອກ ອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳລາວ ຊຶ່ງມີ ສຳນັກ ງານຕັ້ງຢູ່ນະຄອນຫຼວງ ວຽງຈັນ ເຂົ້າຢ້ຽມອຳລາ ໃນ ຕອນເຊົ້າວັນທີ 13 ກັນຍານີ້ ທີ່ທຳນຽບປະທານປະເທດ. ທ່ານຮອງປະທານປະ ເທດໄດ້ກ່າວສະແດງຄວາມ ຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ທູດທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ເປັນເວ ລາ 3 ປີ ຕະຫຼອດໄລຍະດຳລົງ ຕຳແໜ່ງ ທ່ານທູດໄດ້ປະກອບ ສ່ວນອັນສຳຄັນໃນການສົ່ງ ເສີມຊຸກຍູ້ການພົວພັນຮ່ວມມື ລະຫວ່າງລາວ ແລະ ສະຫະ ລັດອາເມຣິກາ ໂດຍສະເພາະ ນັບແຕ່ເດືອນກັນຍາປີ 2013 ເປັນຕົ້ນມາ ທ່ານທູດໄດ້ປະ ກອບສ່ວນທີ່ສຳຄັນເຂົ້າໃນ ການເສີມຂະຫຍາຍຫຼາຍດ້ານ ເຊັ່ນ: ຊຸກຍູ້ການຢ້ຽມຢາມຂອງ ການນຳສະຫະລັດອາເມຣິກາ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອເຂົ້າຮ່ວມກອງ ປະຊຸມທີ່ສຳຄັນ ຕ່າງໆທີ່ພົ້ນ ເດັ່ນແມ່ນການຢ້ຽມຢາມລັດ ຖະກິດຂອງປະທານາທິບໍດີ ບາຣັກ ໂອບາມາ ໃນລະຫວ່າງ ວັນທີ 5-7 ກັນຍານີ້ ຊຶ່ງເປັນ ເຫດການຄັ້ງປະຫວັດສາດ ແລະ ຍົກລະດັບ ການຮ່ວມມື ເປັນຄູ່ຮ່ວມແບບກວມລວມທີ່ ເປັນຫຼັກການພື້ນຖານໃນຂອບ ການຮ່ວມມືໃນຫຼາຍດ້ານ ໂດຍ ສະເພາະດ້ານເສດຖະກິດ ແລະ ການລົງທຶນ, ການສຶກສາ, ສາທາ ລະນະສຸກ ແລະ ວັດທະ ນະທຳ ຊຶ່ງເປັນການນຳເອົາ ຜົນປະໂຫຍດມາສູ່ປະຊາຊົນ ສອງຊາດ. ທ່ານຮອງປະທານປະ ເທດຍັງໄດ້ກ່າວອວຍພອນໃຫ້ ທ່ານທູດ ຈົ່ງເດີນທາງກັບຄືນ ປະເທດດ້ວຍຄວາມສະຫວັດ ດີພາບ ປະສົບຜົນສຳເລັດໃນ ໜ້າທີ່ໃໝ່ໆຂອງທ່ານ.

(ພາບ-ຂ່າວ: ພູວຽງຄຳ)

ທີ່ມາ: www.pasaxon.org.la

No comments

Theme images by compassandcamera. Powered by Blogger.