ຊຽງຂວາງ ເພີ່ມເຕັກນິກການສອນໃຫ້ຄູ

ພະແນກສຶກສາທິການ ແລະກີລາ (ສກຂ) ແຂວງຊຽງຂວາງໄດ້ຈັດຝຶກອົບຮົມເພື່ອຍົກລະດັບເຕັກນິກດ້ານການສິດສອນວິຊາພາ ສາລາວໃຫ້ຄູສອນຊັ້ນປະຖົມສຶກສາຂັ້ນ ປ1 ໃນ 16 ໂຮງຮຽນຢູ່ເມືອງແປກ
ໃນວັນທີ 6 ກັນຍານີ້ທີ່ໂຮງຮຽນປະຖົມຍອດງື່ມເມືອງແປກ ແຂວງຊຽງຂວາງພາຍໃຕ້ການເປັນປະທານຂອງທ່ານ ບຸນເຮືອງ ອິນທະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງແປກ, ທ່ານນາງ ນວນສີ ຫົວໜ້າຂະແໜງປະຖົມ-ອະນຸບານພະແນກສຶກສາທິການ ແລະກີລາແຂວງ, ມີຄູຝຶກ, ສຳມະນາກອນ ແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ນວນສີ ກ່າວວ່າ: ເພື່ອເປັນການຍົກລະດັບເຕັກນິກດ້ານການສິດສອນວິຊາພາສາລາວ ໃຫ້ຄູສອນຊັ້ນປະຖົມຂັ້ນ ປ1 ຈຳ ນວນ 27 ຄົນ ຍິງ 17 ຄົນ ໃນ 16 ໂຮງຮຽນເປົ້າໝາຍຢູ່ເມືອງແປກຄື: ໂຮງຮຽນປະຖົມທ່າໂຈກ, ລາດເທີນ, ຍອດງື່ມ, ຄັງໂດນ, ນາສາລາ, ອໍ້ອັ່ນ, ນ້ຳຄະ, ບ້ານຄາຍ, ຍວນທອງ, ອິນແປງ, ນ້ຳເກາະ, ໂຮງຮຽນມູນບວກກົບ, ບ້ານຕ້າ, ພູສັນ, ບ້ານຊ້ວນ ແລະຜາແກ້ວເປັນຕົ້ນແມ່ນຫຼັກການສອນ, ການຂຽນ, ການອ່ານ, ການເວົ້າ, ການໃຊ້ຄຳສັບປະໂຫຍກ, ການແຕ່ງບົດສອນ, ການສິດສອນຕົວຈິງ, ນຳໃຊ້ສື່ການສອນ ແລະການວັດ-ປະເມີນຜົນການສອນ ເພື່ອໃຫ້ຄູສອນມີຄວາມເຂົ້າໃຈ ແລະສາມາດນຳໄປຖ່າຍທອດໃຫ້ນັກຮຽນຖືກຕາມຫຼັກການນຳໃຊ້ພາສາລາວທີ່ຖືກວິທີ ທັງນີ້ ກໍເພື່ອໃຫ້ນັກຮຽນຮັບຮູ້, ເຂົ້າໃຈ ແລະສາມາດນຳໃຊ້ພາສາລາວໄດ້ຢ່າງຖືກຕ້ອງ ພ້ອມນັ້ນຍັງເປັນການປັບປຸງຄຸນນະພາບການສອນວິຊາພາສາລາວໃຫ້ຄູສອນຢູ່ໂຮງຮຽນເປົ້າໝາຍກໍຄືໂຮງຮຽນແຫ່ງ ອື່ນໆໃຫ້ໄດ້ຮັບຜົນດີ.

ທີ່ມາ: www.sedthakid.la/

No comments

Theme images by compassandcamera. Powered by Blogger.