ຈັບໂຈນໃກ້ຕົວ

ສະພາບການລັກຊັບຂອງພົນລະເມືອງຍັງມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງເຖິງແມ່ນທຸກພາກສ່ວນຈະຮ່ວມລະມັດລະວັງເປັນປະຈຳແຕ່ຍັງເກີດຂຶ້ນເລື້ອຍ ມາດັ່ງກໍລະນີທີ່ເຈົ້າໜ້າທີ່ໄດ້ຕິດຕາມກັກຕົວຜູ້ກະທໍາຜິດມາລົງໂທດຕາມຂັ້ນຕອນ
ຂອງກົດໝາຍໃນ ວັນທີ 5 ກັນຍາຜ່ານມາ ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີໄດ້ກັກຕົວທ້າວ ວິສະນຸ ອາຍຸ 17 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນມາດໍາເນີນຄະດີທີ່ກໍ່ເຫດລັກເອົາໂທລະພາບຊໍາຊຸງ ຈໍແບນຈໍານວນ 4 ໜ່ວຍ, ຫົວຊີດີ 1 ຫົວ ແລະຕູ້ເຢັນ 1 ໜ່ວຍ ຂອງນ້າສາວຍ້ອນຂໍເງິນ ບໍ່ໄດ້ຕາມໃຈ.

ຜ່ານການສອບ ທ້າວ ວິສະນຸ ຮັບສາ ລະພາບວ່າ: ຜູ້ກ່ຽວໄດ້ມາອາໄສຢູ່ນໍາ ນ້າສາວໄດ້ປະມານ 5-6 ປີ ແລະໄລຍະ ເວລາຫຼາຍປີມາແມ່ນບໍ່ເປັນຫຍັງຕົກ ມາປີ 2016 ຜູ້ກ່ຽວໄດ້ເສບຢາເສບຕິດ ແລະຫຼິ້ນກິນຫຼາຍຈຶ່ງໄດ້ຂໍເງິນນໍານ້າສາວຕະຫຼອດ ໂດຍທີ່ນ້າສາວບໍ່ຮູ້ວ່າເສບຢາ ບ້າ ມາປະມານວັນທີ 20 ສິງຫາ 2016 ຜູ້ກ່ຽວໄດ້ຂໍເງິນນໍານ້າສາວ ເພື່ອຈະໄປ ຫຼິ້ນວັງວຽງ ແຕ່ນ້າສາວໄດ້ເອົາເງິນໃຫ້ 100.000 ກີບ ຜູ້ກ່ຽວຈິ່ງບໍ່ພໍໃຈ ໂດຍຄິດຈະລັກເຄື່ອງໄປຂາຍ ມາຮອດວັນທີ 24 ສິງຫາ 2016 ຜູ້ກ່ຽວໄດ້ກັບມາແຕ່ ວັງວຽງແລ້ວໄປຊັກຊວນທ້າວ ນຸ້ຍ ອາຍຸ 25 ປີ ຢູ່ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄປລັກເອົາເຄື່ອງ ໄປຂາຍ (ຜູ້ກ່ຽວມີກະແຈຮ້ານທີ່ຊ່ຽນໄວ້ ແຕ່ດົນ) ຈາກນັ້ນຈຶ່ງພາກັບຂີ່ລົດຈັກມາ ຮ້ານແລ້ວໄຂປະຕູຮ້ານເຂົ້າໄປລັກເອົາ ເຄື່ອງມີຕູ້ເຢັນ 1 ໜ່ວຍ, ຫົວຊີດີ 1 ຫົວ, ໂທລະພາບ LG 32 ຈໍານວນ 9 ໜ່ວຍໂດຍພາກັນຂົນ 3 ຖ້ຽວ ແລ້ວເອົາໂທລະ ພາບໄປຂາຍໃຫ້ກັບ ທ້າວ ຕູ້ບີ ຢູ່ບ້ານ ວັງຊາຍ ຈໍານວນ 4 ໜ່ວຍ ໄດ້ເງີນ 40.000 ບາດ. ສ່ວນໂທລະພາບອີກ 5 ໜ່ວຍແມ່ນ ທ້າວ ນຸ້ຍ ນໍາໄປຂາຍເອງ ຕົກມາວັນທີ 5 ກັນຍາ 2016 ຜູ້ກ່ຽວໄດ້ ຖຶືກເຈົ້າໜ້າທີ່ກັກຕົວຢູ່ເຮືອນ ພ້ອມກັບ ເກັບກູ້ຂອງກາງມາໄດ້ຈໍານວນໜຶ່ງ.

ທ້າວ ວິສະນຸ ຍັງສາລະພາບອີກວ່າ: ຜູ້ກ່ຽວໄດ້ເສບຢາບ້າມາແຕ່ຕົ້ນປີ 2016 ເປັນຕົ້ນມາເສບມື້ລະ 3-4 ເມັດ ຢາບ້າທີ່ນໍາມາເສບແມ່ນຊື້ນໍາໄວລຸ້ນພາຍໃນບ້ານສ່ວນເງິນທີ່ນໍາໄປຊື້ຢາບ້າມາເສບແມ່ນອາໄສລັກເອົາເງິນ ແລະໄດ້ເງິນຈາກນ້າ ສາວເອົາໃຫ້ແດ່.

ປະຈຸບັນເຈົ້າໜ້າທີ່ ພ້ອມສອບສວນຂະຫຍາຍຜົນ ເພື່ອນໍາກັກຕົວຜູ້ຮ່ວມຂະ ບວນການ ແລະສະຫຼຸບສໍານວນຄະດີສ່ວນ ທ້າວ ນຸ້ຍ ທີ່ໃຫ້ການຊັກທອດຫານັ້ນ ເຈົ້າໜ້າທີ່ພວມຕິດຕາມນໍາກັກຕົວມາດໍາເນີນຄະດີຕາມພາຍຫຼັງ.

No comments

Theme images by compassandcamera. Powered by Blogger.