ມໍລະດົກໂລກໃນອາຊຽນ

ສະຖານທີ່ທີ່ໄດ້ຮັບການປະກາດໃຫ້ເປັນມໍລະດົມໂລກໂດຍອົງການ UNESCO ຈະພິຈາລະນາຈາກຫຼາຍປັດໄຈ ແລະ ສາມາດ ແບ່ງອອກໄດ້ເປັນກຸ່ມດັ່ງນີ້: ວັດທະນະທຳ (Cultural), ທຳມະຊາດ (Natural), ແລະ ການປະສົມປະສານລະຫວ່າງວັດທະນະ ທຳ ແລະ ທຳມະຊາດ ເຊິ່ງສະຖານທີ່ທີ່ໄດ້ຮັບການປະກາດເປັນມໍລະດົກໂລກໝາຍຄວາມວ່າຈະຖືກຄຸ້ມຄອງ ແລະ ປົກປັກ ຮັກສາໄວ້ໃຫ້ຄົນຮຸ້ນຫຼັງໃນອານາຄົດໄດ້ຮຽນຮູ້.

ຈາກຈຳນວນ ມໍລະດົກໂລກທັງໝົດ 1007 ແຫ່ງໃນທົ່ວໂລກ ປັດຈຸບັນນີ້ ປະກົດວ່າໃນພູມມິພາກອາຊຽນຂອງພວກເຮົາ ມີມໍລະດົກໂລກທັງໝົດ 36 ແຫ່ງ ເຊິ່ງເປັນຊັບສົມບັດອັນລໍ້າຄ່າ ແລະ ໜ້າພາກພູມໃຈຕ້ອງໄປໃຫ້ໄດ້ຈັກຄັ້ງໜຶ່ງໃນຊີວິດ.

No comments

Theme images by compassandcamera. Powered by Blogger.