ປກສ ຄໍາມ່ວນຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍມາດໍາເນີນຄະດີ

ທ້າວ ສຸກສາຄອນ (ຍອດ) ອາຍຸ 24 ປີຢູ່ບ້ານໂພນສະອາດ, ເມືອງໄກສອນ ແລະ ທ້າວ ເກດມະນີ ອາຍຸ 22 ປີຢູ່ບ້ານສອນມີໄຊ, ເມືອງເຊໂປນ,ແຂວງສະຫວັນນະເຂດ, ໄດ້ຖືກເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນຈັບຕົວມາດໍາເນີນເມື່ອບໍ່ດົນມານີ້, ພາຍຫລັງຮ່ວມກັນເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າ. ໂດຍທັງສອງຖືກຈັບໄດ້ໃນຂະນະພວມນໍາຢາບ້າຈໍານວນ 3.993 ເມັດ ມາສົ່ງໃຫ້ລູກຄ້າໃນເຂດບ້ານຄໍາຂີ້ໄກ່, ເມືອງທ່າແຂກ, ແຂວງຄໍາມ່ວນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ: ຢາບ້າທັງໝົດແມ່ນພວກຕົນໄດ້ຊື້ມາຈາກເຄືອຂ່າຍຄ້າຢາເສບຕິດຢູ່ເທດສະບານ ແຂວງສະຫວັນນະເຂດ ເພື່ອຈະເອົາມາຂາຍໃຫ້ລູກຄ້າໃນເມືອງທ່າແຂກ, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ເສຍກ່ອນ.

ສໍາລັບຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ຍັງຈະເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.

ທີ່ມາ: http://lnr.org.la/

No comments

Theme images by compassandcamera. Powered by Blogger.