ບຸນຫໍ່ເຂົ້າສະຫລາກ ປະເພນີທີ່ສືບທອດກັນມາແຕ່ບູຮານ
ບຸນຫໍ່ເຂົ້າສະຫລາກ ເປັນບຸນປະເພນີຖືວ່າປາງບຸນໜຶ່ງ ເອີ້ນວ່າບຸນເດືອນສິບ ຫຼື ຮີດທີ 10 ເປັນປະເພນີທີ່ເຊື່ອວ່າໄດ້ເກີດຂື້ນ ໃນສະໄໝເຈົ້າສຸລິຍະວົງສາ ມີປະຫວັດຄວາມເປັນມາ ແຕ່ສະໄໝພຸດທະການ ເຊິ່ງສະໄໝນັ້ນພະສົງສາມະເນນ ໃນສຳນັກຂອງພະພຸດທະເຈົ້າ ມີເວລາອຸບາສົກອຸບາສິກາ ມາເຮັດບຸນຖວາຍສັງຄະທານ ໃຫ້ແກ່ພະສົງສ່ວນໃຫຍ່ ເຊິ່ງຊາວພຸດກໍຢາກຖວາຍໃຫ້ແຕ່ພະພຸດທະເຈົ້າ ດ້ວຍເຫດນີ້ ພະພຸດທະອົງຈິ່ງອະນຸຍາດໃຫ້ມີການ ຈົກສະຫລາກເອົາໂດຍວິທີເຮັດກໍຄືໃຫ້ ພໍ່ອອກ-ແມ່ອອກ ຈົກເອົາຊື່ຂອງພະສົງ, ຖືກອົງໃດກໍເອົາເຄື່ອງ ໄປຖວາຍອົງນັ້ນ ສໍາລັບປີນີ້ ບຸນຫໍ່ເຂົ້າສະຫລາກກົງກັບ ວັນສຸກ ວັນທີ 16 ກັນຍາ ພ.ສ 2559 ແລະ ຄ.ສ 2016.
ນາງ ສົມພອນ ອ້ວນລາສີ ປະຊາຊົນບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເປັນຜູ້ໜຶ່ງທີ່ໄດ້ຍຶດຖື ຮີດຄອງປະເພນີອັນດີງາມດັ່ງກ່າວ ມາແຕ່ດົນນານຈາກບັນພະບູລຸດ ແລະ ໄດ້ປະຕິບັດມາທຸກໆປີ ໄດ້ກ່າວວ່າ: ພໍເມື່ອຮອດມື້ຂຶ້ນ 15 ຄຳ່ ເດືອນສິບ ລາວຂອງທຸກໆປີ, ພໍ່ແມ່ປະຊາຊົນຊາວລາວ ໂດຍສະເພາະແມ່ນຜູ້ທີ່ນັບຖືສາສະໜາພຸດ ຈະພ້ອມກັນກຽມ ຈິດກຽມໃຈ ແລະ ຫ້າງຫາກະກຽມ ເຄື່ອງວັດຖຸທານ, ເຂົ້າ, ປາ, ອາຫານຄາວ-ຫວານ, ພືດຜັກ, ໝາກໄມ້, ຄຳໝາກ-ກອກຢາ ແລະ ອື່ນໆ (ຕາມແຕ່ຫາໄດ້ ) ແລ້ວນຳເອົາວັດຖຸທັງຫມົດນັ້ນ ມາຫໍ່ເປັນຈຸກໃສ່ໃນໃບກ້ວຍ (ເປັນຫໍ່ໃຫຍ່ໆ) ພໍຮອດຕອນເຊົ້າ ຂອງມື້ຂຶ້ນ 15 ຄໍ່າ່ກໍນຳເອົາວັດຖຸດັ່ງກ່າວ ໄປວັດພ້ອມທັງຂຽນຊື່ ແລະ ນາມສະກຸນຂອງຕົນເອງ ຢ່າງລະອຽດລົງໃສ່ໃນຫໍ່ດັ່ງກ່າວ ແລ້ວຈິ່ງຖວາຍໃຫ້ແກ່ພະສົງ-ສາມະເນນ, ພ້ອມທັງໃສ່ບາດ-ຢາດນ້ຳ ແລະ ອຸທິດສ່ວນບຸນດັ່ງກ່າວ ໄປຫາພໍ່ແມ່,ຍາດຕິພີ່ນ້ອງ ແລະ ຜູ້ມີພະຄຸນຕ່າງໆທີ່ລ່ວງລັບໄປແລ້ວ, ສ່ວນຕອນຄຳ່ກໍມີການວຽນທຽນ ຫຼື ຟັງເທດສະໜາ ຕາມຮີດຄອງປະເພນີຈຶ່ງຖື ວ່າສຳເລັດ. ພ້ອມດຽວກັນນີ້ຫໍ່ສະຫລາກນີ້ ເປັນປະເພນີທີ່ດີງາມ ເພື່ອປະຕິບັດບໍ່ໃຫ້ມີການແບ່ງຊົນຊັ້ນ ວັນນະໃນສັງຄົມເປີດ ໂອກາດໃຫ້ພະສົງສາມະເນນ ແລະ ຍາດໂຍມທົ່ວໄປ ໄດ້ມີໂອກາດໄດ້ສ່ຽງສະຫລາກ ຕາມຄວາມເໝາະສົມຕາມບຸບພະກັມ ຫລື ບຸບເພຈະກະຕະປຸນຍະຕາ ຄືເປັນຜູ້ທີ່ເຮັດບຸນຮ່ວມກັນມາແຕ່ຊາດປາງກ່ອນ ເພາະວ່າບາງຄົນ ກໍເຄີຍໄດ້ເປັນພີ່ເປັນນ້ອງກັນ ມາແລ້ວນັບຊາດບໍ່ຖ້ວນ ອີກຢ່າງກໍເພື່ອໃຫ້ເກີດ ລະບົບທໍາມາທິປະໄຕໄປໃນໂຕ ບໍ່ໃຫ້ມີຄວາມເຫລື່ອມລ້ຳຕ່ຳສູງໃນສັງຄົມ.
ບຸນຫໍ່ເຂົ້າສະຫຼາກ ແມ່ນຮີດຄອງປະເພນີ ທີ່ພໍ່ແມ່ປະຊາຊົນລາວຊາວພຸດ ພວກເຮົາເຄີຍປະພຶດປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້, ແນວໃດກໍດີ ເພື່ອເປັນການອະນຸລັກຮັກສາ ແລະ ສືບທອດມູນເຊື້ອວັດທະນະທຳ ອັນດີງາມ ດັ່ງ ກ່າວນີ້ິໄວ້ໃຫ້ຢູ່ຄູ່ກັບຊາດລາວ, ຄົນລາວຕະຫຼອດໄປ ແລະ ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ, ໂດຍສະເພາະແມ່ນຄົນ ຮຸ່ນໝຸ່ມຈົ່ງພ້ອມກັນເອົາໃຈໃສ່ ແລະ ເສີມຂະຫຍາຍມູນເຊື້ອວັດທະນະ ທຳອັນດີງາມດັ່ງກ່າວນີ້ສືບຕໍ່ໄປ.
ທີ່ມາ: http://lnr.org.la/

No comments