ເອັສທີ-ເມືອງໄທ ປະກັນໄພເນັ້ນຫຼັກການຂາຍ
ຄວາມປອດໄພຂອງຊີວິດ ແລະຊັບສິນຖືເປັນສິ່ງໜຶ່ງທີ່ຈຳເປັນທີ່ທຸກຄົນຕ່າງໃຫ້ຄວາມສຳຄັນ ຊຶ່ງປະຈຸບັນ ຈຶ່ງເຮັດໃຫ້ເກີດມີຫຼາຍບໍລິສັດຕ່າງກໍຊອກຫາຫົນທາງໃນການແກ້ໄຂ ແລະສ້າງຜະລິດຕະພັນໃໝ່ໆຂຶ້ນມາ
ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ໂດຍ ສະເພາະບໍລິສັດເອັສທີ-ເມືອງໄທປະກັນໄພທີ່ເນັ້ນສ້າງຜະລິດຕະພັນສາມາດຕອບໂຈດຄວາມຕ້ອງການ ແລະບໍລິການຫຼັງການຂາຍເປັນ ສິ່ງຈຳເປັນ.

ທ່ານ ຊານໄຊ ພົມສຸວັນ ຜູ້ອຳນວຍການໃຫຍ່ບໍລິສັດເອັສທີ-ເມືອງໄທປະກັນໄພໃຫ້ຮູ້ວ່າ: ບໍລິສັດເອັສທີ-ເມືອງໄທປະກັນໄພໄດ້ຮັບການ ສ້າງຕັ້ງຂຶ້ນພາຍໃຕ້ການຮ່ວມທຶນລະຫວ່າງບໍລິສັດເອັສທີກຣຸບຈຳກັດ ແລະບໍລິສັດເມືອງໄທປະກັນໄພ ຈຳກັດ (ມະຫາຊົນ), ບໍລິສັດເມືອງໄທປະກັນຊີວິດ ຈຳກັດ (ມະຫາຊົນ) ແລະບໍລິສັດເມືອງໄທ ໂຮດິ້ງ ຈຳກັດ, ໂດຍມີບໍລິສັດ ເອັສທີກຣຸບ ຈຳກັດ ເປັນຜູ້ຖືຮຸ້ນ 70% ແລະອີກ 30% ເປັນຂອງກຸ່ມບໍລິສັດເມືອງໄທ, ດ້ວຍທຶນຈົດທະບຽນ 32 ຕື້ກີບ ຊຶ່ງໄດ້ຊື່ວິສາຫະກິດລວມນີ້ວ່າບໍລິສັດເອັສທີ-ເມືອງໄທປະກັນໄພ ຈຳກັດ (ST-MuangThai Insurance Co.,Ltd) ນັບຕັ້ງແຕ່ວັນທີ 12 ພະຈິກ 2015 ແລະໄດ້ຮັບໃບອະນຸຍາດຈົດທະບຽນລົງທຶນໃນວັນທີ 9 ກຸມພາ 2016.
ປະຈຸບັນ ສປປ ລາວ ຖືວ່າເປັນປະເທດໜຶ່ງທີ່ກຳລັງເປີດກວ້າງການລົງທຶນແກ່ຕ່າງປະເທດ ແລະເສດຖະກິດມີການຈະເລີນ ເຕີບໂຕຢ່າງໄວວາ ຊຶ່ງທຸລະກິດປະກັນໄພ ຫຼື ປະກັນຊີວິດກໍເປັນທຸລະກິດໜຶ່ງທີ່ສັງຄົມລາວມີຄວາມຕ້ອງການເປັນຈຳນວນຫຼວງຫຼາຍເພື່ອທີ່ຈະສາມາດຫຼຸດຜ່ອນຄວາມສ່ຽງຈາກອຸບັດເຫດ, ອັກຄີໄພ, ທັງການຄຸ້ມຄອງຊີວິດ ແລະຊັບສິນຕ່າງໆຂອງສັງຄົມ, ເມື່ອເປັນແນວນັ້ນບໍລິສັດຈຶ່ງເຫັນໄດ້ຄວາມສຳຄັນຂອງການດຳເນີນທຸລະກິດ ໃນດ້ານນີ້ ແລະຜະລິດຕະພັນທີ່ຫຼາກຫຼາຍຊະນິດເຊັ່ນ: ປະກັນໄພລົດ (ທີ່ສາມາດຄຸ້ມຄອງໄດ້ 2 ປະເທດລາວ-ໄທ), ປະກັນອັກຄີໄພ, ປະກັນຊີວິດ, ປະກັນສຸຂະພາບ, ປະກັນການຂົນສົ່ງ, ປະກັນການກໍ່ສ້າງ, ປະກັນອຸບັດເຫດ ແລະອື່ນໆທີ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດປະກັນໄພໄດ້ເປັນຢ່າງດີ.
ເອັສທີ-ເມືອງໄທ ປະກັນໄພຖື ເປັນບໍລິສັດນ້ອງໃໝ່ທີ່ຫາກໍ່ເລີ່ມເປີດໃຫ້ບໍລິການແກ່ສັງຄົມລາວເມື່ອທຽບກັບບໍລິສັດອື່ນໆ ນອກນັ້ນທາງບໍລິສັດ ຈະເນັ້ນບໍລິການຫຼັງການຂາຍເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບກຸ່ມລູກຄ້າທີ່ມາໃຊ້ບໍລິການນຳບໍລິສັດແລ້ວພ້ອມທັງເນັ້ນໜັກດ້ານການສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດຢ່າງແທ້ຈິງໃນການໃຫ້ບໍລິການແກ່ລູກຄ້າ ທັງນີ້ກໍເພື່ອໃຫ້ລູກຄ້າມີ ຄວາມສະບາຍໃຈ ແລະຄວາມເຊື່ອໝັ້ນເມື່ອມາໃຊ້ບໍລິການນຳບໍລິສັດ.
ໃນຕໍ່ໜ້າບໍລິສັດແມ່ນຈະສຸມໃສ່ການພັດທະນາຄວາມຫຼາກຫຼາຍ ຂອງຜະລິດຕະພັນປະກັນໄພ, ການບໍລິການທີ່ວ່ອງໄວ, ທັນໃຈ ແລະ ດີເລີດ, ພ້ອມທັງສືບຕໍ່ເນັ້ນບໍລິການຫຼັງການຂາຍເພື່ອຄວບຄຸມຕະຫຼາດປະກັນໄພທົ່ວ ສປປ ລາວ ແລະການບໍລິການຍັງຈະຂະຫຍາຍ ຜ່ານຊ່ອງທາງລະບົບທະນາຄານເອັສທີ-ທີ່ມີສຳນັກງານໃຫຍ່ ແລະໜ່ວຍບໍລິການໃນເຂດນະຄອນຫຼວງວຽງຈັນ ແລະສາຂາຕ່າງແຂວງອີກ ດ້ວຍເພື່ອຮອງຮັບການເຕີບໃຫຍ່ ຂະຫຍາຍຕົວຂອງທຸລະກິດ ແລະກາຍເປັນບໍລິສັດປະກັນໄພແຫ່ງໜຶ່ງທີ່ມີຄຸນນະພາບສູງຢູ່ໃນ ສປປລາວ.
ທີ່ມາ: www.sedthakid.la/

No comments