ປະທານສູນກາງ ແນວລາວສ້າງຊາດ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ
ຂປລ. ວັນທີ 27 ກັນຍາ ນີ້ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງ ແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທ່ານນາງ ຫງວຽນຖິ ກິມເງິນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 26 -27 ກັນຍານີ້.
ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ, ຕີລາຄາສູງ ຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານນາງ ຫງວຽນຖິ ກິມເງິນ ພ້ອມດ້ວຍຄະນະ ເຊິ່ງມີຄວາມໝາຍ ຄວາມສຳຄັນ ເປັນຢ່າງຍິ່ງ, ຖືເປັນການ ປະກອບສ່ວນສຳຄັນເຂົ້າໃນການ ເສີມຂະຫຍາຍ ມູນເຊື້ອຄວາມສາມັກຄີ ແບບພິເສດ ແລະ ການພົວພັນຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສູນກາງແນວລາວສ້າງຊາດ ສປປ ລາວ ແລະ ສະພາແຫ່ງຊາດ ຫວຽດນາມ ໃຫ້ແຕກດອກອອກຜົນ ຈະເລີນງອກງາມ ຍິ່ງໆຂຶ້ນ.
ໂອກາດດຽວກັນ, ທ່ານນາງ ຫງວຽນຖິ ກິມເງິນ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ໄຊສົມພອນ ພົມວິຫານ ທີ່ໄດ້ສະຫລະ ເວລາອັນມີຄ່າ ໃຫ້ການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້ ພ້ອມທັງ ໄດ້ແຈ້ງສະພາບ ຂອງການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້ໃຫ້ທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບຊາບ.

No comments