ເຈົ້າໜ້າທີ່ລາວມອບຜູ້ຕ້ອງຫາຄ້າຢາເສບຕິດໃຫ້ຕໍາຫລວດຫວຽດນາມນໍາຕົວໄປດໍາເນີນຄະດີ

ເຈົ້າໜ້າທີ່ລາວໄດ້ມອບທ້າວ ຕ໋ອງວັນກຽນ ສັນຊາດຫວຽດນາມ ໃຫ້ເຈົ້າໜ້າທີ່ຫວຽດນາມ ນໍາຕົວໄປດໍາເນີນຄະດີຕໍ່ຕາມລະບຽບກົດໝາຍຫວຽດນາມ, ພາຍຫລັງຕົກເປັນຜູ້ຕ້ອງຫາຄະດີຄ້າຂາຍຢາເສບຕິດປະເພດເຮໂລອີນຈໍານວນ 350 ແທ່ງແຕ່ປີ 2013 ແລ້ວໄດ້ເອົາຕົວຫລົບໜີເຂົ້າມາລີ້ຊ້ອນຢູ່ລາວ ແລະ ຖືກເຈົ້າໜ້າທີ່ລາວຈັບຕົວໄດ້ເມື່ອວັນທີ 15 ສິງຫາ 2016 ທີ່ບ້ານນໍ້າແງ້ນ, ເມືອງນໍ້າທາ, ແຂວງຫລວງນໍ້າທາ.

ການມອບຜູ້ຕ້ອງຫາຄະດີດັ່ງກ່າວ, ແມ່ນປະຕິບັດຕາມສັນຍາຮ່ວມມືສອງຝ່າຍ ລະຫວ່າງລາວ-ຫວຽດນາມ ໃນການສົ່ງຜູ້ຮ້າຍຂ້າມແດນ, ຊິ່ງຈັດຂຶ້ນໃນວັນທີ 12 ກັນຍານີ້ທີ່ກົມໃຫຍ່ຕໍາຫລວດ, ກະຊວງປ້ອງກັນຄວາມສະຫງົບ ລະຫວ່າງທ່ານພັນເອກ ຄໍາແກ້ວມະໂນລາ ຫົວໜ້າກົມຕໍາຫລວດສືບສວນ-ສອບສວນ ລາວ ແລະ ທ່ານພັນໂທ ຫງວຽນວຢຸຍເກື່ອງ ຮອງຫົວໜ້າໄລ່ຊອກໄລ່ຈັບແຂວງດຽນບຽນ ສສ ຫວຽດນາມ. ໃນໂອກາດນີ້, ທ່ານພົນຈັດຕະວາ ຫງວຽນຊິງ ຫົວໜ້າກົມໄລ່ຊອກໄລ່ຈັບ ກະຊວງຕໍາຫລວດຫວຽດນາມ ຍັງໄດ້ມອບໃບຍ້ອງຍໍໃຫ້ເຈົ້າໜ້າທີ່ຕໍາຫລວດລາວຈໍານວນ 8 ສະຫາຍທີ່ມີຜົນງານໃນການຕິດຕາມ ແລະ ຈັບກຸມຕົວຜູ້ຕ້ອງຫາຄ້າຢາເສບຕິດຕົວອັນຕະ ລາຍມາດໍາເນີນຄະດີໄດ້ໃນຄັ້ງນີ້.

ທີ່ມາ: http://lnr.org.la/

No comments

Theme images by compassandcamera. Powered by Blogger.