ພິທີເຊັນສັນຍາ ເນື່ອງໃນໂອກາດໄປຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ສປປ ລາວ

ເນື່ອງໃນໂອກາດການໄປຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງ ສປປ ລາວ, ໃນວັນທີ 28 ກໍລະກົດ 2014 ທີ່ຜ່ານມາ, ໄດ້ມີພິທີເຊັນສັນຍາເຊີ່ງມີລາຍລະອຽດດັ່ງນີ້:

  1. ສັນຍາກອບການເງີນ ການສະໜອງເງີນກູ້ສຳລັບໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 3 ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ທະນາຄານຂາອອກ - ຂາເຂົ້າ ສປ ຈີນ ( Exim Bank of China )

  2. ສັນຍາເງີນກູ້ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ທະນາຄານພັດທະນາແຫ່ງຊາດຈີນ ( China Development Bank ) ສຳລັບໂຄງການກໍ່ສ້າງສາຍສົ່ງ - ສະຖານີໄຟຟ້າແຮງສູງ 230 ກວ ພາກເໜືອ

  3. ສັນຍາການຄ້າລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ບໍລິສັດ China National Heavy Machinery Coporation (CHMC) ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກວ ຫີນເຫີບ - ນ້ຳງື່ມ1 - ນາບົງ

No comments

Theme images by compassandcamera. Powered by Blogger.