Acer ນຳ​ສະ­ເໜີ​ໂນດ​ບຸກ Two in One 2 ຮຸ່ນ Switch V10 ແລະ Switch One 10



Acer ນຳສະ­ເໜີໂນດບຸກ Two in One 2 ຮຸ່ນ Switch V10 ແລະ Switch One 10




 

ນີ້ຄືໂນດບຸກ Two in One 2 ຮຸ່ນໃໝ່ໃນຕະ­ກູນ Switch line  ຂອງເອເຊີ (Acer) ທັງສອງມາພ້ອມລະ­ບົບປະ­ຕິ­ບັດການ Windows 10  ແລະ ຊິບ 4 CoreIntel Atom  ຄຸນ­ສົມ­ບັດຫຼັກຄື ໜ໊າຈໍ 10,1 ນິ້ວ ເຕັກໂນໂລຊີ ສຳ­ຜັດໄດ້ຫຼາຍຈຸດພ້ອມກັນທີ່ສາ­ມາດແຍກອອກຈາກແປ້ນພິມຂອງເຄື່ອງເພື່ອໃຊ້ງານເປັນແທັບເລັດໄດ້.

Switch V 10 ມີພື້ນທີ່ເກັບຂໍ້ມູນໃຫ້ເລືອກລະ­ຫວ່າງ 32GB ແລະ 64GB ໃຊ້ຜອດ  USB Type-C ໃນການສາກ ແລະສົ່ງຂໍ້ມູນໜ໊າຈໍ ກັນຮອຍຂູດ Corning Gorilla Glass ຮອງຮັບ MIMO 802.11ac Wi-Fi ລວມເຖິງເຄື່ອງສະແກນລາຍນິ້ວມື ຊຶ່ງເຮັດໃຫ້ສາ­ມາດໃຊ້ວຽກ Windows Hello  ໄດ້ແບບປອດໄພ.

ທັງໝົດນີ້ ຜູ້ໃຊ້ສາ­ມາດປ່ຽນໂນດບຸກນີ້ເປັນຮູບຮ່າງໃດກໍໄດ້ຕາມ ການໃຊ້ງານ ຜູ້ໃຊ້ສາ­ມາດແຕ້ມ, ພິມ ຫຼື ຈົດບັນ­ທຶກເທິງໜ້າຈໍ ຫຼື ເຮັດ ໄຮໄລ້ເວັບເຜດຜ່ານແອັບພລິເຄເຊິນເຊັ່ນ Microsoft Edge  ທັງໝົດນີ້ Switch V 10 ມີໃຫ້ເລືອກ 5 ສີຄື Shale Black, Pearl White, Coral Red, Navy Blue ແລະ  Peacock Blue ລາ­ຄາເລີ່ມທີ່ 249 ໂດລາສະ­ຫະ­ລັດ.

ສຳ­ລັບ Switch One 10 ເດັ່ນທີ່ລາ­ຄາເລີ່ມຕົ້ນພຽງ 199 ໂດລາ ສະ­ຫະ­ລັດ ເຖິງວ່າຈະມີຄຸນ­ສົມ­ບັດໜ້ອຍກວ່າແຕ່ກໍ່ບໍ່ນ້ອຍໜ້າ V 10 ດ້ວຍຕົວເຄື່ອງໂລ­ຫະສີເທົາໜ້າຈໍສຳ­ຜັດ HD  ສາ­ມາດເຮັດວຍກໄດ້ 4 ໂໝດ ມີລະ­ບົບສະແກນລາຍນິ້ວມືຂະ­ນະທີ່ສ່ວນຕິດ­ຕໍ່ລະ­ຫວ່າງແທັບເລັດ ແລະ ຄີບອດເປັນແມ່ເຫຼັກແສນສະ­ດວກ.

yudtud

Switch One 10 ມີກ້ອງສອງອັນໜ້າຫຼັງເຮັດວຽກໄດ້ຕໍ່ເນື່ອງ 8 ຊົ່ວ­ໂມງຕໍ່ການສາກ 1 ຄັ້ງ.

ກຳ­ນົດການ­ຈຳ­ໜ່າຍໂນດບຸກພັບໄດ້ທັງ 2 ຮຸ່ນ ຄາດວ່າຈະເລີ່ມໃນ ຊ່ອງໄຕມາດ 3 ປີນີ້ ໂດຍ Switch V 10 ອາດວາງຕະ­ຫຼາດຊ້າກວ່າ Switch V 10 ທີ່ຄາດວ່າຈະເລີ່ມໃນເດືອນກໍ­ລະ­ກົດ.

ໂນດບຸກລາ­ຄາປະ­ຢັດນີ້ຖືເປັນ­ຄວາມເຄື່ອນໄຫວຫຼ້າສຸດຂອງ Acer ທີ່ເປີດຕົວສະ­ມາດໂຟນ Acer Liquid Zest Plusໜ້າຈໍຂະ­ໜາດ 5,5 ນິ້ວ ຊຶ່ງເດັ່ນເລື່ອງແບັດເຕີຣີຄວາມຈຸສະໃຈ 5,000 mAh ເມື່ອ ທ້າຍເດືອນເມ­ສາທີ່ຜ່ານມາ.

ຍັງມີ TravelMate P2 ໂນດບຸກເຕັມ­ຕົວໜ້າຈໍ 14 ນິ້ວ ແລະ 15,6 ນິ້ວ ຊິບ Skylakeຂອງ Intel ໜ່ວຍຄວາມຈຳ 32GB ໜ່ວຍ ປະ­ມວນຜົນກຣາຟິກ Nvidia GeForce 940M ລະ­ບົບປະ­ຕິ­ບັດການ Windows 10.

No comments

Theme images by compassandcamera. Powered by Blogger.