ໄຂງານວາງສະແດງຮູບພາບເສັ້ນທາງໂຮ່ຈີ່ມິງ ບົນດິນແດນລາວ ຄົບຮອບ 55 ປີ

ວັນ​ທີ 26 ກັນຍາ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ ຮ່ວມ​ກັບ ສະຖານ​ເອກ​ອັກຄະ​ລັດຖະທູດ​​ແຫ່ງ​ ສສ ຫວຽດນາມ ປະຈຳ​ລາວ, ​ໄດ້​ຈັດ​ງານ​ວາງສະ​ແດງ​ຮູບ​ພາບ​ເສັ້ນທາງ​ໂຮ່ຈີ່ມິງ ມະຫັດ​ສະ​ຈັນ-ສາຍພູ​ຫລວງ​ຕາ​ເວັນ​ຕົກ​ບົນ​ດິນ​ແດນ​ລາວ ຄົບຮອບ 55 ປີ (1961-2016), ຂຶ້ນ​ທີ່​ຫໍພິພິທະ​ພັນ​ປະຫວັດສາດ​ກອງ​ທັບ​ປະຊາຊົນ​ລາວ, ນະຄອນຫລວງ​ວຽງຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງທ່ານ ພັນ​ຄຳ ວິພາ​ວັນ ຮອງ​ປະທານ​ປະ​ເທດ​ແຫ່ງ ສປປ ລາວ, ມີທ່ານ​ນາງ ຫງວັຽນທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ
ສສ. ຫວຽດນາມ, ທ່ານ ຫງວັຽນ ​ແມ໋​ຮຸງ ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ ປະຈຳ​ລາວ, ພ້ອມ​ດ້ວຍ​ພະນັກງານ, ທະ​ຫານ, ຕຳຫລວດ​ລາວ-ຫວຽດນາມ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.
ທ່ານ ພົນ​​ໂທ ຈັນ​ສະ​ໝອນ ຈັນຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ວ່າ: ​ງານດັ່ງກ່າວ ​ແມ່ນ​ມີ​ຄວາມໝາຍ​ສຳຄັນ​ຍິ່ງ, ຊຶ່ງ​ເປັນ​ການ​ທົບ​ທວນ​ຫວນ​ຄືນ, ຈົດ​ຈຳ​ລ້ຳ​ລຶກ​ເຖິງ​ຜົນງານ, ມູ​ນ​ເຊື້ອ ​ແລະ ​ໄຊຊະນະ​ຂອງ​ການ​ປະກອບສ່ວນ​ເສັ້ນ ທາງ​ໂຮ່ຈິ່ມິນ ປະ​ຫວດ​ສາດ​ບົນ​ດິນ​ແດນ​ລາວ ​ແລະ ບຸນຄຸນ​ວິລະ​ກຳ​ອັນ​ລ້ຳ​ເລີດ​ຂອງ​ພະນັກງານ, ນັກຮົບ​ປະຕິວັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ ທີ່​ໄດ້​ເສຍ​ສະຫລະ​ປະກອບສ່ວນ​ເຂົ້າ​ໃນ​​ເສັ້ນທາງ​ດັ່ງກ່າວ, ພ້ອມ​ທັງ​ເປັນ​ການ​ໂຄສະນາ​ເຜີຍ​ແຜ່, ສຶກສາ​ອົບຮົມ, ປຸກລະດົມ​ໃຫ້​ບັນດາຊັ້ນ​ຄົນ​ໃນ​ທົ່ວ​ສັງຄົມ ​ແລະ ​ເພື່ອນ​ມິດສາ​ກົນ, ​ໂດຍ​ສະ​ເພາະ​ນາຍ ​ແລະ ພົນທະຫານ​, ປະຊາຊົນ​ບັນດາ​ເຜົ່າ​ຂອງ​ສອງ​ຊາດ​ລາວ-ຫວຽດນາມ ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ​ເລິກ​ເຊິ່ງຕື່ມ​ຕໍ່ຄວາມ​ໝາຍ​ສຳຄັນ ​ແລະ ຄວາມ​ສາມັກຄີ​ຮ່ວມ​ສຳພັນ​ສູ້​ຮົບ​, ປະກອບສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຊາດ​ລາວ-ຫວຽດນາມ​ໃຫ້​ໝັ້ນຄົງ​ທະ​ນົງ​ແກ່ນ ​ແລະ ຂະຫຍາຍຕົວ​ຍິ່ງ​ໆ​ຂຶ້ນ.

ພາຍໃນງານໄດ້ຈັດວາງສະແດງຮູບພາບກ່ຽວກັບເສັ້ນທາງສາຍດັ່ງກ່າວຢ່າງຫລວງ ຫລາຍ, ພ້ອມທັງຮູບພາບບັນດານັກຮົບທີ່ເສຍສະຫລະຊີວິດຂອງຕົນເພື່ອປະເທດຊາດ, ໂດຍການລຳລຽງຂົນສົ່ງສິ່ງຂອງຕ່າງໆຈາກແນວຫລັງໄປສູ່ແນວໜ້າ, ພ້ອມນີ້ ຍັງມີປະ ຫວັດຄວາມເປັນມາຂອງເສັ້ນທາງດັ່ງກ່າວອີກ​ດ້ວຍ.

No comments

Theme images by compassandcamera. Powered by Blogger.