4 ອາຫານບຳລຸງສະໝອງ ເໝາະກັບຄົນຂີ້ຫຼົງ ຂີ້ລືມ ເລື້ອຍໆ

ມື້ນີ້ເຮົາຈະມາແນະນຳອາຫານ 4 ຢ່າງ ທີ່ເມື່ອກິນແລ້ວຈະຊ່ວຍເລື່ອງຄວາມຈຳໄດ້ ແລະ ກິນເຂົ້າໄປກໍບໍ່ເກີດການສະສົມສານເຄມີໃນຮ່າງກາຍດ້ວຍ ປະກອບໄປດ້ວຍອາຫານ 4 ຢ່າງ ດັ່ງຕໍ່ໄປນີ້…
1. ພືດຕະກູນຖົ່ວ ເຊັ່ນ ຖົ່ວລິດສົງ ອັນມອນ ຊຶ່ງໃນຖົ່ວຈະອຸດົມໄປດ້ວຍໂປຼຕິນຫຼວງຫຼາຍ ແລະ ຍັງມີວິຕາມິນອີ ທີ່ມີສ່ວນຊ່ວຍເສີມສ້າງຄວາມຈຳໃຫ້ດີຂຶ້ນ ບໍ່ກາຍເປັນຄົນຂີ້ຫຼົງຂີ້ລືມ
2. ນົມຖົ່ວເຫຼືອງ ຈະປະກອບໄປດ້ວຍວິຕາມິນຕ່າງໆຫຼວງຫຼາຍ ໄດ້ແກ່ ວິຕາມິນເອ ບີ ບີ1 ບີ 2 ບີ6 ບີ 12 ມີຄາໂບໄຮເດດ ຟອດຟໍຣັສ ແຄລຊຽມ ແລະມີສານບຳລຸງສະໝອງຢ່າງເລຊິຕິນດ້ວຍ ສາມາດປ້ອງກັນພະຍາດຄວາມຈຳເສື່ອມໄດ້ດີ
3. ໄຂ່ ເປັນແຫຼ່ງໂປຼຣຕິນທີ່ສົ່ງຜົນດີີຫຼາຍໃນເລື່ອງຄວາມຈຳ ອຸດົມໄປດ້ວຍເກືອແຮ່ ແລະ ວິຕາມິນ ປະກອບດ້ວຍ ໂປຼຣຕິນ ໄຂມັນ ວິຕາມິນ ເອ ບີ ດີ ອີ ຟອດຟໍຣັສ ໄອໂອດິນ ຊິລິນຽມ ສັງກະສີ ແຄລຊຽມ ມີໂຄລີນທີ່ເປັນສ່ວນປະກອບໃນເລຊິຕິນ ຊ່ວຍໃນເລື່ອງສ້າງສານສື່ປະສາດ ໂດຍສະເພາະໃນສ່ວນສະໝອງທີ່ເຮັດຫນ້າທີ່ກ່ຽວກັບຄວາມຈຳ
4. ປາ ອຸດົມໄປດ້ວຍກົດອະມິໂນໄທໂຣຊິນ ຊ່ວຍໃນເລື່ອງການກະຕຸ້ນ ແລະປັບປ່ຽນການເຮັດວຽກຂອງສະໝອງ ຟື້ນຟູຄວາມຈຳໄດ້ເປັນຢ່າງດີ ແລະ ມີດີເອສເອຊ່ວຍເສີມສ້າງຄວາມຈຳ ແລະ ການຮຽນຮູ້ ປ້ອງກັນພະຍາດສະໝອງເສື່ອມໄດ້ຜົນດີີ
ຫາກໃຜທີ່ກຳລັງຫາຜະລິດຕະພັນອາຫານເສີມ ເພື່ອຊ່ວຍໃນເລື່ອງຂອງຄວາມຈຳ ລອງຄິດເບິ່ງດີໆ ເພາະເຈົ້າສາມາດກິນອາຫານທັງ 4 ປະເພດເຫຼົ່ານີ້ ເພື່ອສົ່ງເສີນໃນເລື່ອງຂອງຄວາມຈຳໄດ້ ໂດຍສາມາດກິນຊ້ຳໃດກໍໄດ້ ບໍ່ຕ້ອງຢ້ານສານເຄມີດຕົກຄ້າງ ແຖມຍັງມີປະໂຫຍດ ແລະ ມີລາຄາທີ່ຖືກກວ່າເປັນເທົ່າຕົວ

สบายดี
ReplyDelete