ລະດູການຜະລິດປີນີ້ ຊາວກະສິກອນແຂວງຄຳມ່ວນ ປັກດຳເຂົ້າຫຼຸດແຜນການ 2.701 ເຮັກຕາ
ຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ - ປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການປູກເຂົ້ານາປີໆນີ້ຂອງຊາວກະສິກອນໃນທົ່ວແຂວງຄໍາມ່ວນ ໂດຍລວມແລ້ວແມ່ນມີຂະບວນການຟົດຟື້ນແຕ່ສະພາບດິນຟ້າອາກາດໃນບາງເຂດແມ່ນບໍ່ຄ່ອຍເອື້ອອໍານວຍເຮັດໃຫ້ການປັກດໍາມີຄວາມຫຼ້າຊ້າໃນໄລຍະເດືອນມິຖຸນາຕໍ່ໃສ່ເດືອນກໍລະກົດ ແຕ່ເມື່ອເປັນເຊັ່ນນັ້ນຫຼາຍເມືອງຂອງແຂວງຄໍາມ່ວນເລີຍຫັນມາເຮັດນາຫວ່ານຫຼາຍຂຶ້ນເນື່ອງຈາກວ່າບໍ່ໄດ້ຮັບຜົນກະທົບຫຍັງຫຼາຍຈາກບັນຫາດິນຟ້າອາກາດເຊິ່ງເມືອງທີ່ເຮັດນາຫວ່ານຫຼາຍກວ່າໝູ່ແມ່ນເມືອງໜອງບົກ .
ຕາມແຜນການຄາດຄະເນເນື້ອທີ່ປູກເຂົ້ານາປີໃນທົ່ວແຂວງສູ້ຊົນໃຫ້ໄດ້ 83.270 ເຮັກຕາ , ຄາດຄະເນສະມັດຕະພາບສະເລ່ຍໃຫ້ໄດ້ 3,85 ໂຕນ / ເຮັກຕາ , ຄາດຄະເນຜົນຜະລິດ 320.560 ໂຕນ . ມາຮອດປະຈຸບັນໄດ້ຢຸດການປັກດໍາຢ່າງເປັນທາງການໃນເນື້ອທີ່ 80.569 ເຮັກຕາ ເທົ່າກັບ 97 % ຂອງເນື້ອທີ່ແຜນການ . ເມື່ອທຽບໃສ່ແຜນການສູ້ຊົນຖືວ່າບໍ່ໄດ້ຕາມແຜນເຊິ່ງສາຍເຫດຂອງການປະຕິບັດການປັກດໍາເຂົ້ານາປີໆນີ້ບໍ່ໄດ້ຮັບຜົນຕາມລະດັບຄາດໝາຍທີ່ວາງໄວ້ເນື່ອງຈາກວ່າ: ສະພາບດິນຟ້າອາກາດໃນໄລຍະຊ່ວງຕົກກ້າແຫ້ງແລ້ງ , ຂາດນໍ້າເຮັດໃຫ້ການຕົກກ້າບໍ່ໄດ້ຕາມລະດັບຄາດໝາຍ , ກ້າແກ່ກ່ອນຈະດໍາ ແລະ ສ່ວນຫຼາຍຊາວກະສິກອນຈະຫວ່ານກ້າຜົງ . ປະຈຸບັນຕົ້ນເຂົ້າໃນຫຼາຍເຂດແມ່ນໄດ້ຕັ້ງກໍມານ ແລະ ອອກຮວງແລ້ວ .
ທີ່ມາ: www.khammouanenews.com/

No comments