ລາວໂຕໂຍຕ້າ ສະເຫລີມສະຫລອງວັນສ້າງຕັ້ງບໍລິສັດ ຄົບຮອບ 24 ປີ
ທ່ານ ລຳໄພ ຈະເລີນສຸກ ຜູ້ຈັດການຝ່າຍບໍລິການ ຫລັງການຂາຍ ໄດ້ກ່າວວ່າ : ການຈັດກິດ ຈະກຳດັ່ງກ່າວແມ່ນເພື່ອສະເຫລີມສະຫລອງວັນສ້າງຕັ້ງບໍລິສັດ ຄົບຮອບ 24 ປີ ແລະ ຕ້ອນຮັບກ້າວສູ່ປີທີ
25, ເພື່ອຮັດແຫນ້ນຄວາມສາມັກຄີລະຫວ່າງພະນັກງານພາຍໃນບໍລິສັດ, ຊຸກຍູ້ສ່ົງເສີມການເຮັດວຽກເປັນຫມູ່ຄະນະສ້າງຄວາມສາມັກຄີຄວາມຄຸ້ນເຄີຍ ລະຫວ່າງ ຫົວຫນ້າ ແລະ ພະນັກງານ ແລະ ການສື່ສານພາຍໃນໃຫ້ສະດວກຍິ່ງຂຶ້ນ ແລະ ສຸດທ້າຍ ກໍເພື່ອເປັນການອອກກຳລັງກາຍເພື່ອໃຫ້ສຸຂະ ພາບແຂງແຮງ ດັ່ງຄຳຂວັນທີ່ວ່າ : “ສຸຂະພາບຈິດດີ ສຸຂະພາບໃຈດີ ສຸຂະພາບກາຍດີ ມີຢູ່ທີ່ລາວໂຕໂຍຕ້າ ” ເຮັດໃຫ້ພະນັກງານເຂົ້າຮ່ວມຫມົດທຸກຄົນເຂົ້າຮ່ວມຢ່າງມີຄວາມສຸກ-ມ່ວນຊື່ນ, ມີມິດຕະພາບທີ່ດີ ມີຄວາມສາມັກຄີຢ່າງທົ່ວເຖິງທຸກຝ່າຍທຸກພະແນກ ເຂົ້າຮ່ວມແລ້ວຢາກເຂົ້າຮ່ວມອີກ ແບບນີ້ຕະຫລອດໄປ.
ສຳລັບກິລາສີດັ່ງກ່າວ ແບ່ງອອກເປັນ 4 ກິດຈະກຳຄື : ໄມ້ໃຜຂ້ອຍບໍ່ເອົາ ( ແລ່ນຕໍ່ໄມ້ ): ອັນດັບ 1 ເປັນຂອງທີມສີແດງ, ທີ 2 ທີມ ສີສົ້ມ, ທີ 3 ທີມ ສີເຫລືອງ ແລະ ທີ 4 ທີມ ສີຟ້າ; ກິດຈະກຳທີສອງແມ່ນ ນ້ຳໃສໃຈຈິງ (ແລ່ນອູ້ມປຸມເປົ້າບັນຈຸນ້ຳຕໍ່ມື ) ຊະນະເລີດເປັນຂອງທີມ ສີແດງ, ທີສອງໄດ້ແກ່ທີມ ສີສົ້ມ, ທີ 3 ທີມ ສີຟ້າ ແລະ ທີ 4 ທີມ ສີເຫລືອງ; ກິດຈະກຳ 3 ແມ່ນ : ພະລັງແຫ່ງຄວາມສາມັກຄີ ( ເຮືອບົກ ) ຊະນະເລີດເປັນຂອງທີມ ສີເຫລືອງ, ອັນດັບ 2 ທີມ ສີຟ້າ, ອັນດັບ 3 ທີມ ສີສົ້ມ ແລະ ອັນດັບ 4 ທີມສີແດງ ແລະ ປິດທ້າຍດ້ວຍກິດຈະກຳໃຫຍ່ຂອງງານໄດ້ແກ່ກິລາບານເຕະຄູ່ຊີງຊະ ນະເລີດ ລະຫວ່າງ ທີມ ສີແດງ ພົບກັບ ທີມ ສີຟ້າ ເຊິ່ງຜົນການແຂ່ງຂັນໃນເວລາປົກກະຕິປາກົດວ່າ 9ສະເຫມີກັນ 3-3 ຕ້ອງຕັດສິນດ້ວຍການຍິງລູກໂທດ ແລະ ເປັນທີມສີຟ້າ ເປັນຝ່າຍເອົາຊະນະ 4-3, ສ່ວນອັນດັບ 3 ແມ່ນທີມ ສີສົ້ມ ແລະ ອັນດັບ 4 ແມ່ນທີມ ສີເຫລືອງ.
No comments